覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ້າງ​ຕັ້ງສະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊີ​​ໃຕ້ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​​ຢູ່​ຄຸນ​ມິງ

2018-12-10 16:45:38 cri

ສ​ະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊີ​ໃຕ້​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ສ້າ​ງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ ແຂວງ​ຢູນ​ນານ ສ​ປ ຈີນ​ໃນ​ວັນ​ທີ 10 ທັນ​ວາ​ນີ້​ ເຊິ່ງ​ມີມະ​ຫາ​ວິ​ທະ​ຍາ​ໄລ 103 ແຫ່ງ​ຈາກ​16 ປະ​ເທດ​ເຊັ່ນ ຈີນ, ອິນ​ເດຍ, ໄທ,ສິງ​ກະ​ໂປ​ແລະ​ປະ​ເທດ​ອື່ນໆ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພັນ​ດັ່ງ​ກ່າວ.
 

 ສະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊີ​ໃຕ້​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເປັນ​ສະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ເທດ​ໃນ​ພາກ​ພື້ນ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລ​ແລະ​ບໍ່​ເປັນ​ນິ​ຕິ​ບຸກ​ຄົນ, ມີ​ຈຸດ​ປະ​ສົງ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ບັນ​ດາ​ປະ​ເທດ​ໃນ​ອາ​ຊີ​ໃຕ້​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ສ້າງ​ເວ​ທີ​ສຳ​ລັບ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ຊັ້ນ​ສູງ​ໃນ​ພາກ​ພື້ນ, ຊຸກ​ຍູ້​ການ​ຄົ້ນ​ຄວ້າ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພັດ​ທະ​ນາ​ບູ​ລິ​ມະ​ສິດ​ໃນ​ພາກ​ພື້ນ, ຍົກ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງຈີນ​ກັບ​​ປະ​ເທດອາ​ຊີ​ໃຕ້​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ສ້າງ​ປະ​ຊາ​ຄົມ​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ​ພາກ​ພື້ນ.
 

ສະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊີ​ໃຕ້​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ປະ​ກອບ​ດ້ວຍມະ​ຫາ​ວິ​ທະ​ຍາ​ໄລ 103 ແຫ່ງ​ຂອງ 16 ປະ​ເທດ​ຄື​: ຈີນ, ອັ​ຟ​ກາ​ນິ​ສະ​ຖານ,ປາ​ກີ​ສະ​ຖານ,ກຳ​ປູ​ເຈຍ, ລາວ, ມຽນ​ມາ, ບັງ​ກາ​ລາ​ເດັດ,ມານ​ດິວ, ມາ​ເລ​ເຊຍ,ເນ​ປານ,ສີ​ລັງ​ກາ,ໄທ,ສິງ​ກະ​ໂປ,ອິນ​ເດຍ, ອິນ​ໂດ​ເນ​ເຊຍແລະ​ຫວຽດ​ນາມ. ​ມີສຳ​ນັກ​ງານ​​ຖາ​ວອນ​ຂອງກອງເລ​ຂ​າ​ຂອງ​ສະ​ຫະ​ພັນ​ດັ່ງ​ກ່າວ​ຕັ້ງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຢູນ​ນານ.

ຄຳ​ເຫັນ

0