覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ມະ​ຫາ​ກຳ​ກິ​ລາ​ມິດ​ຕະ​ພາບ​EAGAອັດ​ລົງ​ຢູ່ບ​ຣູ​ໄນ

2018-12-10 15:35:53 cri

ງານ​ມະ​ຫາ​ກຳ​ກິ​ລາ​ມິດ​ຕະ​ພາບ​ເຂດ​ເຕີບ​ໂຕ​ພາກ​ຕາ​ເວັນ​ອອກ​ອາ​ຊຽນຫຼືEAGAຄັ້ງ​ທີ 10 ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບານ​ດາເຊ​ຣີ​ເບ​ກາ​ວັນ ປະ​ເທດບ​ຣູ​ໄນໄດ້​ອັດ​ລົງ​ແລ້ວ​ໃນຕອນ​ບ່າຍ​ວັນ​ທີ 9 ທັນ​ວາ​ນີ້​, ທີມ​ບາ​ຊາມາ​ເລ​ເຊຍ​ຄອງ​ອັນ​ດັບ​ໜຶ່ງ​ໃນ​ຕາ​ຕະ​ລາງຫຼຽນ​ຄຳ, ທີມAບ​ຣູ​ໄນ ເປັນ​ທີ 2, ທີມ​ເຂດພາກ​ເໜືອ​ຂອງອົ​ສ​ຕ​ຣາ​ລີ​ເປັນ​ທີ 3.
 

 ງານ​ມະ​ຫາ​ກຳ​ກິ​ລາ​ຄັ້ງ​ນີ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 7-9 ທັນ​ວາ​ນີ້. ບ​ຣູ​ໄນ,ມາ​ເລ​ເຊຍ,ອິນ​ໂດ​ເນ​ເຊຍ,ຟີ​ລິບ​ປິນ​ແລະ​ເຂດ​ພາກ​ເໜືອອົ​ສ​ຕ​ຣາ​ລີ​ໄດ້​ສົ່ງ​ທີມ​ກິ​ລາທັງ​ໝົດ 10 ທີມ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ 8 ປະ​ເພດ​ຄື ກິ​ລາ​ທາງ​ນ້ຳ, ລອນ​ໂບວ(lawnbowls), ຄາ​ຣາ​ເຕ​ໂດ,ແລ່ນ​ແລະ​ລານ,ວູ​ຊູ​ຈີນ,ວູ​ຊູ​ມາ​ເລ​ເຊຍ,ກະ​ຕໍ້​ແລະ​​ແທກວອນ​ໂດ.ບ​ຣູ​ໄນ​ໄດ້​​ສົ່ງ​ສອງ​ທີມ ຄື ທີມ A ແລະ​ທີມ B ​ຊີງ​ໄດ້​ຫຼຽນ​ຄຳ 18 ຫຼຽນ, ຫຼຽນ​ເງິນ 13 ຫຼຽນ, ຫຼຽນ​ທອງ 16 ຫຼຽນ, ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ ໃນ​ປະ​ຫວັດ​ການ​ເຂົ້າ​ຮ່ວມ​ງານ​​ມະ​ຫາ​ກຳ​ກິ​ລາ​ດັ່ງ​ກ່າວ​ຂອງ​ປະ​ເທດ​ຕົນ.
 

ງານ​ມະ​ຫາ​ກຳ​ກິ​ລາ​ມິດ​ຕະ​ພາບ​​EAGA​ຈັດ​ຂຶ້ນ​ສອງ​ປີຄັ້ງ​ໜຶ່ງ, ງານ​ມະ​ຫາ​ກຳ​ກິ​ລາ​ຄັ້ງ​ຜ່ານ​ມາ​ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ​ໃນ​ເດືອນ 12 ປີ 2016, ສ່ວນ​ຄັ້ງ​ຕໍ່​ໄປ​ຈະ​ຈັດ​ຂຶ້ນ​ຢູ່​ມິນ​ດາ​ນາວ ​ປະ​ເທດ​ຟີ​ລິບ​ປິນ​ໃນ​ປີ2020.

 

 

ຄຳ​ເຫັນ

0