吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການສະ​ແດງ “ຮ້ອງ​ເພງ​ມິດຕະພາບ​ຮ່ວມກັນ” ຈີນ-ມຽນມາປີ 2018 ​ຈັດ​ຂຶ້ນ​ຢູ່​ມຽນມາ

2018-12-11 16:14:03 cri

ວັນ​ທີ 9 ທັນວາ​ນີ້, ການສະ​ແດງ “ຮ້ອງ​ເພງ​ມິດຕະພາບຮ່ວມ​ກັນ” ຈີນ-ມຽນມາ​​ປີ 2018 ​ໄດ້​ຈັດຂຶ້ນ​ຢ່າງ​ສຳ​ເລັດ​ຜົນຢູ່​ສູນວັດທະນະທຳ​ຈີນ​ໃນນະຄອນຢາງ​ກຸ້ງ​ມຽນມາ ​ເຊິ່ງມີ​ນັກສະ​ແດງ​ຊາວ​ໜຸ່ມ 12 ຄົນ​ຈາກ​ຈີນ ​ແລະ​ມຽນມາ​ໄດ້​​ຮ້ອງ​ເພງ​ນ້ຳ​ໃຈມິດຕະພາບ​ຈີນ-ມຽນມາ​ຮ່ວມ​ກັນ.

ງາ​ນສະ​ແດງ​ດັ່ງກ່າວ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຈາກ​ຜູ້​ມັກ​ດົນ​ຕີ​ມຽນມາ​ ທັງຫຼາຍ​ໃນຜູ້​ສະໝັກ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍນັ້ນ ມີ 10 ຄົນ​ໄດ້​ຮັບລາງວັນ​ໃນ​ການສະ​ແດງ​​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ທັນວາ​ນີ້, ນັກ​ຮ້ອງ 10 ຄົນ​ດັ່ງກ່າວ​ແຕ່ລະ​ຄົນກໍຮ້ອງ​ເພງ​ຈີນໜຶ່ງ​ເພງ ​ແລະ​ເພງ​ມຽນມາໜຶ່ງ​ເພງ. ນອກຈາກ​ນີ້, ນັກ​ຮ້ອງ​ໜຸ່ມ 2 ຄົນ​ມາ​ຈາກ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ​ກໍ​ໄດ້​ຮ່ວມ​ກັນ​ຮ້ອງ​ເພງນ້ຳ​ໃຈມິດຕະພາບຈີນ​-ມຽນມາ​ເພື່ອ​ເນັ້ນ​ໜັກ​ເຖິງຫົວຂໍ້​ຂອງ​ການສະ​ແດງ​ຄັ້ງ​ນີ້.

ການ​ສະ​ແດງ “ດື່ມ​ນ້ຳ​ສາຍ​ດຽວ​ກັນ ​ແລະ​ຮ້ອງ​ເພງ​ມິດຕະພາບ​ຮ່ວມ​ກັນ” ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່ນ້ຳຂອງ​ເປັນ​ກິດຈະກຳ​ດົນຕີ​ຂ້າມ​ຊາດ​ງານ​ໜຶ່ງ​ໄດ້​ຈັດ​ຂຶ້ນ​ມາ​ແລ້ວ 8 ຄັ້ງລຽນຕິດ. ການສະ​ແດງ “ຮ້ອງ​ເພງ​ມິດຕະພາບ​ຮ່ວມ​ກັນ” ຈີນ-ມຽນມາ​ຖື​ເປັນ​ໜຶ່ງ​​ໃນກິດຈະກຳ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ຢູ່​ມຽນມາ​ເປັນ​ຄັ້ງ​ທຳ​ອິດ.

 

ຄຳ​ເຫັນ

0