吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງພົບ​ປະ​ກັບ​ປະທານາທິບໍດີ​ເຢຍລະ​ມັນ

2018-12-11 16:14:40 cri

ວັນ​ທີ 10 ທັນວາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທ​ດຈີນ​ໄດ້ພົບ​ປະ​ກັບ​ທ່ານ​​ແຟຣງ ວອນ​​ເຕີ ສະ​ໄຕ​ໄມ​ເອີ ປະທານ​າທິບໍດີ​ເຢຍລະ​ມັນ​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ນະຄອນຫຼວງ​ປັກ​ກິ່ງ. ສອງ​ຝ່າຍ​ເຫັນ​ດີ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຮ່ວມ​ມື​​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-​ເຢຍລະ​ມັນ​ໃຫ້​ສືບ​ຕໍ່​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ, ​ເຮັດໃຫ້ການ​ຮ່ວມ​ມື​ຈີນ-​ເຢຍລະ​ມັນ​ດ້​ຮັບ​ໝາກຜົນ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຜົນ​ປະ​ໂຫຍ​ດ​ໃຫ້​ສອງ​ປະ​ເທດ, ປະຊາຊົນ​ສອງ​ຊາດ, ​ສັນຕິພາບ​ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງ​ໂລກ.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​​ເນັ້ນ​ໜັກ​​ເຖິງ​ຈຸດ​ຢືນ​ຂອງ​ຈີນ​ ຄື: ລົງ​ເລິກ​ການ​ພົວພັນ​ຈີນ-​ເຢຍລະ​ມັນ​ບົນ​ພື້ນ​ຖານ​ຄວາມ​ເຂົ້າ​ໃຈ​ກັນ ​ແລະ​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ​ກັນ. ຮັກສາ​ຄວາມ​ມີ​ຊີວິດ​ຊີວາຂອງ​ສາຍ​ພົວພັນ​ຈີນ-​ເຢຍລະ​ມັນ, ຍຶດໝັ້ນ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ການ​ຮ່ວມ​ມືດ້ານ​ການ​ປະດິດ​ສ້າງ​ໃໝ່. ​ເປີດ​ກວ້າງ​ຊ່ອງ​ທາງ​ການ​ຮ່ວມ​ມື, ສ້າງ​​ເວທີ​ທີ່​ສຳຄັນ​ຂອງ “ໜຶ່ງ​ແລວໜຶ່ງ​ເສັ້ນທາງ” ຮ່ວມ​ກັນ. ສອງ​ຝ່າຍ​ຄວນ​ຊຸກຍູ້​ການ​​ແລກປ່ຽນ​ດ້ານ​ວັດທະນະທຳຢ່າງ​ບໍ່​ຢຸດ​ຢັ້ງ, ຄວນ​ຮ່ວມ​ມື​ຊຸກຍູ້​ການ​ບໍລິຫານທົ່ວ​ໂລກ, ຮ່ວມ​ກັນ​ສ້າງ​ເສດຖະກິດ​ໂລກ​ແບບ​ເປີດ​ປະຕູ​ສູ່​ພາຍ​ນອກ.

ທ່ານ​ສະ​ໄຕ​ໄມເອີ​ກ່າວ​ວ່າ: ​ເຢຍລະ​ມັນ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ເຢຍລະ​ມັນ-ຈີນ, ຍິນດີ​ຮ່ວມ​ກັບ​ຈີນ​ເພີ່ມ​ທະວີ​ການພົບ​ປະ​ປຶກສາ​ຫາລື ​ແລະ​ສ້າງຄວາມ​ເຂົ້າ​ໃຈ​ກັນ, ລົງ​ເລິກ​ການ​ຮ່ວມ​ມື, ຮ່ວມ​ກັນ​ຮັກສາ​ການ​ຄ້າ​​ເສລີ; ​ເຢຍລະ​ມັນ​ຄັດ​ຄ້ານ​ລັດ​ທິປົກ​ປ້ອງ​ການ​ຄ້າທຸກ​ຮູບ​ແບບ, ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ເອີຣົບ ​ແລະ​ຈີນ, ຊຸກຍູ້ການ​ເຊື່ອມ​ຈອດ​ລະຫວ່າງ​ພາກ​ພື້ນ​ອາຊີ-​ເອີຣົບກັບ​ຈີນ.

 

ຄຳ​ເຫັນ

0