李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕະຫຼາດ​ກາກບອນ​ຈີນ​ຈະ​ກາຍ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ

2018-12-11 16:22:01 cri

    ວັນ​ທີ 10 ທັນ​ວານີ້, ທ່ານ ຟາ​ຕີ ບີ​ໂຣ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ສາ​ກົນ​ກ່າວ​ວ່າ: ຕະຫຼາດ​ຄ້າ​ຂາຍ​ການ​ລະ​ບາຍ​ກາກບອນ​ຂອງ​ຈີນ ຈະ​ເປັນ​ຕະຫຼາດ​ກາກບອນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກຫຼັງ​ສ້າງ​ສຳ​ເລັດ, ​ທັງຈະ​ກາຍ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນໆ​ໃນ​ໂລກ ແລະ​ສ້າງ​ແຮງ​ບັນ​ດານໃຈໃຫ້​ປະ​ເທດ​ເຫຼົ່າ​ນີ້​ໃນ​ການ​ສ້າງ​ຕະຫຼາດ​ກາກບອນ.

    ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕະຫຼາດ​ກາກບອນ “ມູມ​ຈີນ” ຂອງກອງ​ປະ​ຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄາ​ໂຕວິ​ສ​ໃນ​ມື້​ດຽວ​ກັນ, ທ່ານ ບີ​ໂຣ ຍັງ​ກ່າວ​ວ່າ: ຈີນ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ​ໃນ​ການ​ປະ​ຢັດ​ພະ​ລັງ​ງານ, ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ ແລະ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ໃຫ້​ໂລກ. ປີ​ຜ່ານ​ມາ, ຄວາມ​ສາ​ມາດ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ໝູນ​ວຽນ​ທີ່​ເພີ່ມ​ຂຶ້ນ​ໃນ​ທົ່ວ​ໂລກ ມີ​ເກືອບເຄິ່ງ​ໜຶ່ງຢູ່​ຈີນ. ນອກນີ້, ຈີນ​ໄດ້​ຜະ​ລິດ​ລົດ​​ໄຟ​ຟ້າ​ກວມຈຳ​ນວນ​ເຄິ່ງ​ໜຶ່ງ​ຂອງ​ໂລກ ແລະ​ຍັງ​ສຸມ​ໃສ່​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ລົດ​ເມ​ທີ່​ໃຊ້​ໄຟ​ຟ້າ​ໃນ​ທົ່ວ​ໂລກ.

ຄຳ​ເຫັນ

0