吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຖານກົງສຸນ​ຈີນ​ປະຈຳ​​ເມືອງ​ດາ​ວາວ​​ເລີ່​ມອອກ​ວີ​ຊາ ​ແລະ​ໜັງສືຜ່ານ​​ແດນ​ໃຫ້ເຂດ​ມິນ​ດາ​ນາວ

2018-12-11 16:16:17 cri

ວັນ​ທີ 10 ທັນວາ​ນີ້, ສະຖານກົງສຸນ​ຈີນ​ປະຈຳ​ເມືອງ​ດາວາວ​ເລີ່​ມອອກ​ວີ​ຊາ​ໃຫ້​ປະຊາຊົນ​ເຂດ​ມິນ​ດາ​ນາວ​ພາກ​ໃຕ້​ຟິລິບ​ປິນ ​ແລະ​​ເຮັດ​ໜັງສືຜ່ານ​ແດນ​ໃຫ້​ປະຊາຊົນ​ຈີນ​ຢູ່​ເຂດ​ມິນ​ດາ​ນາວ.

​ໃນ​ມື້​ດຽວກັນ, ສະຖານກົງສຸນ​ຈີນ​ປະຈຳ​ດາ​ວາວ​ໄດ້​ຈັດ​ພິທີກະທັດ​ຮັດ ​ໂດຍທ່ານ​ລີ​ລິນ ຫົວໜ້າກົງສຸນ​ຈີນ​ປະຈຳ​ດາ​ວາວ​ກ່າວ​ວ່າ: ລັດຖະບານ​ຈີນ​ໄດ້​ສ້າງ​ສະຖານ​ກົງສຸນ​ຢູ່ດາ​ວາວກໍ​ເປັນ​ການ​ສະ​ແດງ​ຄວາມ​ໝັ້ນ​ໃຈ​ຂອງ​ຈີນ​ຕໍ່ການ​ພັດທະນາ​ຂອງ​ດາ​ວາວ ​ແລະ​ມິນ​ດາ​ນາວ. ສະຖານກົງສຸນ​ຄວນ​ຕັ້ງໜ້າ​ຊຸກຍູ້​ການ​ແລ​ກປ່ຽນ ​ແລະ​ການ​ຮ່ວມ​ມື​ລະຫວ່າງ​​​ເຂດ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ ​ແລະ​ຈີນ, ​ເອົາ​ໃຈ​ໃສ່​ໃຫ້​ບໍລິການ​​ແ​ກ່​ປະຊາຊົນ​ຈີນ ​ແລະ​ປະຊາຊົນ​ທ້ອງ​ຖິ່ນ. ທ່ານ​ກ່າວ​ຕື່ມ​ວ່າ: ປະຊາຊົນ​​​ເຂດ​ມິນ​ດາ​ນາວ​ຈະ​ສາມາດ​ຮ້ອງຂໍ​ວີ​ຊາ​ຈີນ ​ແລະ​ປະຊາຊົນ​ຈີ​ນກໍ​ສາມາດ​ເຮັດ​ໜັງສືຜ່າ​ແດນ​ໃນ​ທ້ອງ​ຖິ່ນທີ່​ທັງ​ປະຢັດ​ເວລາ, ​ເງິນ ​ແລະ​ມີ​ຄວາມ​ສະດວກ.

ຄຳ​ເຫັນ

0