李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໂຄ​ສະ​ນາ​ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ​ຢູ່​ອິນ​ໂດ​ເນ​ເຊຍ

2018-12-11 16:18:13 cri

    ງານ​ໂຄ​ສະ​ນາ​ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ປະ​ເທດອິນ​ໂດ​ເນ​ເຊຍໃນ​ວັ​ນ​ທີ 10 ທັນ​ວານີ້ ເຊິ່ງ​ໄດ້​ດຶງ​ດູດ​ຜູ້​ຕາງ​ໜ້າ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​ຮ້ອຍກວ່າ​ຄົນ​ເຂົ້າ​ຮ່ວມ.

    ທ່ານ ລິວ​ຟູ​ເຊວ ຮອງ​ຫົວ​ໜ້າ​ອົງ​ການ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ ກ່າວ​ໃນ​ງານ​ໂຄ​ສະ​ນາ​ວ່າ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ ແມ່ນ​ງານ​ວາງ​ສະ​ແດງ​ລະ​ດັບ​ຊາດ​ທີ່​ເນັ້ນ​ຫົວ​ຂໍ້​ສິນ​ຄ້າ​ນຳ​ເຂົ້າ​ແຫ່ງ​ທຳ​ອິດ​ໃນ​ໂລກ, ການ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ຄັ້ງ​ທຳ​ອິດທີ່​ປະ​ສົບ​​ຜົນສຳ​ເລັດ​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​ທີ່​ເປີດ​ປະ​ຕູ​ຕໍ່​ຕະຫຼາດ​ໂລກ​ຢ່າງ​ເປັນ​ເຈົ້າ​ການ. ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ຈຳ​ນວນຫຼວງຫຼາຍ​ໄດ້​ສະ​ເໜີ​ຕົວເຂົ້າ​ຮ່ວມ​ງານ​ສະ​ແດງ​ຄັ້ງ​ທີ 2 ແລ້ວ, ພວກ​ເຮົາ​ກໍ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ອິນ​ໂດ​ເນ​ເຊຍ​ທີ່​ມີ​ຄວາມ​ປາ​ຖະ​ໜາ​ເຂົ້າ​ຮ່ວມນັ້ນ ​ຂ້ຽວສະ​ເໜີ​ຕົວໂດຍໄວ.

    ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​ທີ່​ເຂົ້າ​ຮ່ວມ​ງານ​ໂຄ​ສະ​ນາ​ຄົນ​ໜຶ່ງ​ກ່າວ​ວ່າ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ແມ່ນ​​ປະ​ຕູສຳ​ຄັນ​ໃນ​ການ​ໂຄ​ສະ​ນາ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ຂອງ​ອິນ​ໂດ​ເນ​ເຊຍ ແລະ​ປະ​ເທດ​ຕົນ​ໄດ້​ຮັບ​ໝາກ​ຜົນ​ອັນ​ພົ້ນ​ເດັ່ນ​ໃນການ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງຄັ້ງ​ທຳ​ອິດ. ກະ​ຊວງ​ການ​ຄ້າ​ອິນ​ໂດ​ເນ​ເຊຍ ຈະ​ສົ່ງ​ເສີມ​ໃຫ້​ດີກວ່າ​ເກົ່າ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ປະ​ເທດ​ຕົນເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ທີ 2 ໃຫ້ຫຼາຍກວ່າ​ເກົ່າ ແລະ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຮ້ານ​ວາງ​ສະ​ແດງຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0