覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພິ​ທີ​ສະ​ເຫຼີມ​ສະຫຼອງສູນ​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ຄົ​ບ​ຮອບ 7 ປີ

2018-12-11 14:36:35 cri

ພິ​ທີ​ສະ​ເຫຼີມ​ສະຫຼອງ​ສູນ​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 7 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 10 ທັນ​ວາ​ນີ້.
 

ທ່ານ​ເສິນ​ເຕີ​ໄຫ ເລ​ຂາ​ທິ​ການ​ໃຫຍ່​ສູນ​ຈີນ-ອາ​ຊຽນ​ໄດ້​ປະ​ກອບ​ຄຳ​ເຫັນ​ວ່າ: ປີ 2018 ເປັນ​ປີ​ຄົບ​ຮອບ 15 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທ​ະ​ສາດ​ຈີນ-ອາ​ຊຽນ​ແລະ​ປີ​ປະ​ດິດ​ສ້າງ​ຈີນ-ອາ​ຊຽນ. ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ທີ່​ຍົກ​ລະ​ດັບ​ແລະ​ຍົກ​ຄຸນ​ນະ​ພາບ​ໃຫ້​ສູງ​ຂຶ້ນ, ປີ 2019 ເປັນ​ປີ​ແລກ​ປ່ຽນ​ລະ​ຫວ່າງ​ສື່ມວນ​ຊົນ​ຈີນ-ອາ​ຊຽນ, ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ອະ​ນາ​ຄົດ​ທີ່​ສົດ​ໃສ​ຂອງ​ສາຍ​ພົວ​ພັນ​ຈີນ-ອາ​ຊຽນ.
 

 ທ່ານ​ສະ​ເຕນ​ໄລ ລອກ ຄາ ລຽງ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ສິງ​ກະ​ໂປ​ປະ​ຈຳ​ຈີນ​ປະ​ກອບ​ຄຳ​ເຫັນ​ວ່າ: ປີ 2018 ເປັນ​ປີ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງຫຼວງຫຼາຍ, ​ກິດ​ຈະ​ກຳປີ​ປະ​ດິດ​ສ້າງ​ຈີນ-ອາ​ຊຽນ​ທີ່​ຈັດ​ຂຶ້ນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ປີ​ໜ້າ​ເປັນ​ປີ​ແລກ​ປ່ຽນ​ລະ​ຫວ່າງ​ສື່ມວ​ນ​ຊົ​ນ​ຈີນ-ອາ​ຊຽນ, ຫວັງ​ວ່າ​ສູນ​ຈີນ-ອາ​ຊຽນ​ຈະ​ຈັດ​ກິດ​ຈະ​ກຳ​ທາງ​ການ​ທູດ​ສາ​ທາ​ລະ​ນະ​ທີ່​ມີຫຼາຍ​ສີ ​ສັນກວ່າ​ເກົ່າ.
 

 ສູນ​ຈີນ-ອາ​ຊຽນ​ສ້າງ​ຕັ້​ງ​ຂຶ້ນ​ຢູ່​ເກາະ​ບາຫຼີ ປະ​ເທດອິນ​ໂດ​ເນ​ເຊຍ​ໃນເດືອນ​ພະ​ຈິກ​ປີ 2011, ເປັນ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃນ​ລະ​ດັບ​ລັດ​ຖະ​ບານ​ທີ່​ຈີນ​ຮ່ວມ​ກັບ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ.

ຄຳ​ເຫັນ

0