覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ອັງ​ກິດ​ເລື່ອນ​ເວ​ລາ​ລົງ​ຄະ​ແນນ​ສຽງ​ສັນ​ຍາ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ໃນ​ສະ​ພາ​ຕ່ຳ

2018-12-11 14:35:17 cri

ທ່ານ​ນາງ​ເ​ທ​ເຣ​ຊາ ເມ​ຣີ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີອັງ​ກິດ​ຢືນ​ຢັນ​ໃນ​ວັ​ນ​ທີ 10 ທັນ​ວາ​ນີ້​ວ່າ ຕົນ​ຈະ​ເລື່ອນ​ເວ​ລາ​ຈັດ​ການ​ລົງ​ຄະ​ແນນ​ສຽງ​ສັນ​ຍາ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ໃນ​ສະ​ພາ​ຕ່ຳ ທັງ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ກ່ຽວ​ກັບ​ເນື້ອ​ໃນ​ສັນ​ຍາ​ພາຍ​ໃນ​ວັນ​ຂ້າງ​ໜ້າ​ນີ້.
 

 ຕາມ​ແຜນ​ການ, ໃນ​ວັນ​ທີ 11 ທັນ​ວາ​ນີ້,ສະ​ພາ​ຕ່ຳ​ອັງ​ກິດ​ຈະ​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​​ສັນ​ຍາ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ລັດ​ຖະ​ບານ​ອັງ​ກິດ​ກັ​ບ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ຕົກ​ລົງ​ກັນ​ກ່ອນ​ໜ້າ​ນີ້​.ແຕ່​ທ່ານ​ນາງ​ເທ​ເຣ​ຊາ ເມ ກ່າວ​ໃນ​ວັນ​ທີ 10 ທັນ​ວາ​ນີ້​ວ່າ:  ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສະ​ໜັບ​ສະ​ໜູນ​ເນື້ອ​ໃນ​ສຳ​ຄັນຫຼາຍ​ດ້ານ​ຂອງ​ສັນ​ຍາ​ສະ​ບັບ​ນີ້, ແຕ່​ກໍ​ຍັງ​ມີ​ຄວາມ​ເປັນ​ຫ່ວງ​ຕໍ່​ເນື້ອ​ໃນ​ບາງ​ຕອນ​ກ່ຽວ​ກັບ​ບັນ​ຫາຊາຍ​ແດນ​ອຽກ​ລັງຫຼັງ​ອັງ​ກິດ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ. ຖ້າ​ວ່າ​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ຕາມ​ແຜນ​ການ​ທີ່​ກຳ​ນົດ​ໄວ້, ສັນ​ຍາ​ດັ່ງ​ກ່າວ​ອາດ​ຈະ​ບໍ່​ສາ​ມາດຜ່ານ​ການ​ຮັບ​ຮອງ​ຈາກ​ສະ​ພາ​ກໍ​ເປັນ​ໄປ​ໄດ້.
 

 ໃນ​ວັນ​ດຽວ​ກັນ, ທ່ານ​ເຈ​ຣີ​ມີ ໂຄ​ບິນ ຜູ້​ນຳ​ພັກ​ແຮງ​ງານ ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ໃຫຍ່​ທີ່​ສຸດ​ຂອງ​ອັງ​ກິດ​ກ່າວ​ວ່າ: ຖ້າ​ວ່າ ນາງ​ເທ​ເຣ​ຊາ ເມ ບໍ່​ສາ​ມາດ​ຮັບ​ປະ​ກັນ​ວ່າ​​ຈະບັນ​ລຸ​ການ​ເຊັນ​ສັນ​ຍາ​ສະ​ບັບ​ໃໝ່​ກັບ​ສະ​ຫະ​ພາບ​ເອີ​ຣົບ, ຄັນ​ຊັ້ນ ນາງ​ຄວນ​ລາ​ອອກ​ຈາກ​ຕຳ​ແໜ່ງທັນ​ທີ. 

ຄຳ​ເຫັນ

0