李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ທີ​ປຶກ​ສາ​ຫາ​ລື​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊີ​ໃຕ້​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຄັ້ງ​ທີ 2 ຈັດ​ຂຶ້ນ​ຢູ່​ຄຸນ​ມິງ

2018-12-11 16:19:27 cri

    ເວ​ທີ​ປຶກ​ສາ​ຫາ​ລື​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊີ​ໃຕ້​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຄັ້ງ​ທີ 2 ໄດ້ຈັດ​ຂຶ້ນ​ຢູ່ນະ​ຄອນ​ຄຸນ​ມິງປະ​ເທດ​ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ 10 ທັນ​ວານີ້ ໂດຍ​ມີ​ຜູ້​ຕາງ​ໜ້າ​ຈາກ​ໂຮງ​ຮຽນ​ຊັ້ນ​ສູງ 87 ແຫ່ງ​ຂອງ 15 ປະ​ເທດ​ຄື: ຈີນ, ອິນ​ເດຍ ແລະ​ໄທ​ເປັນ​ຕົ້ນ​ເຂົ້າ​ຮ່ວມ.

    ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ “ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ມື​ກັນ​ຢ່າງ​ແທດ​ເໝາະ​ກັບ​ຕົວ​ຈິງ”, ໂດຍ​ໄດ້​ຕັ້ງ 2 ຫົວ​ຂໍ້​ຫາ​ລື​ຄື: “ການ​ສ້າງ​ແລະ​ພັດ​ທະ​ນາ​ປະ​ຊາ​ຄົມ​ຮ່ວມ​ການ​ສຶກ​ສາ​ຊັ້ນ​ສູງ​ສາ​ກົນ​ລະ​ຫວ່າງ​ພາກ​ພື້ນ” ແລະ “ການ​​ຄົ້ນ​ຄວ້າ​ແລະ​ບົດ​ຮຽນ​ໃນ​ການ​ຫັນ​ມະ​ຫາ​ວິ​ທະ​ຍາ​ໄລ​ເປັນ​​ສາ​ກົນ”, ເຊິ່ງ​​ມີອະ​ທິ​ການ​ບໍ​ດີ​ແລະ​ຜູ້​​ຕາງ​ໜ້າ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ 200 ກ​ວ່າ​ຄົນ​ເຂົ້າ​ຮ່ວມ. ກ່ອນ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື, ຜູ້​​ເຂົ້າ​ຮ່ວມ​ປະ​ຊຸມ ຍັງ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ສະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊີ​ໃຕ້​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ປະ​ກອບ​ມີ​ມະ​ຫາ​ວິ​ທະ​ຍາ​ໄລ 103 ແຫ່ງ​ຂອງ 16 ປະ​ເທດ.

    ໃນ​ເວ​ທີ​ປຶ​ກ​ສາ​ຫາ​ລື​ໃນ​ມື້​ດຽວ​ກັນ, ຜູ້​ເຂົ້າ​ຮ່ວມ​ປະ​ຊຸມໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ສ້າງ​ຕັ້ງ​ສະ​ຫະ​ພັນ​ດັ່ງ​ກ່າວ ໂດຍ​ເປັນ​ເອກະ​ພາບ​ກັນ​ເຫັນ​ວ່າ​ມອ​ການ​ສ້າງ​ຕັ້ງ​ສະ​ຫະ​ພັນ​ດັ່ງ​ກ່າວ ມີ​ຜົນ​ດີ​ຕໍ່​ໂຮງ​ຮຽນ​ຊັ້ນ​ສູງ​ລະ​ຫວ່າງ​ພາກ​ພື້ນ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ແຫ່ງ​ການ​ຫັນ​ການ​ສຶກ​ສາ​ເປັນ​ແບບ​ສາ​ກົນ​ຮ່ວມ​ກັນ ທັງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ລະ​ຫວ່າງ​ພາກ​ພື້ນ​ນຳ​ອີກ.

ຄຳ​ເຫັນ

0