黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແມ່ນຄັນ​ທຸງໃນວຽກ​ງານ​ການ​​ທູດ​ຂອງ​ຈີນ​ໃນ​ປີ​ນີ້

2018-12-12 16:46:02 cri

ວັນ​ທີ 11 ທັນ​ວາ​ນີ້​, ທ່ານ​ຫວາງ​ຢີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂກອງ​ປະ​ຊຸມ​ສຳ​ມະ​ນາ​ສະ​ຖາ​ນະ​ການ​ສາ​ກົນ​ແລະ​ການ​ທູດ​ຂອງ​ຈີນ​ປີ 2018 ແລະ​ກ່າວ​ປາ​ໄສ. ​ໂດຍກ່າວ​ວ່າ, ປີ​ນີ້​ແມ່ນ​ການ​ປະ​ຕິ​ຮູບ​​ແລະເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ. ​ການເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ​ບົນ​ພື້ນ​ຖານ​ລົງ​ເລິ​ກ​ການ​ປະ​ຕິ​ຮູບ, ແມ່ນ​ຄັນ​ທຸງ​ຜືນ​ໜຶ່ງ​ຂອງ​ຈີນ​ໃນ​ປີ​ນີ້.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ, ໂດຍ​ຜະ​ເຊີນ​ກັບ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ແລະລັດ​ທິ​ເຈົ້າ​ອຳ​ນາດ​ແຕ່​ຝ່າຍ​ດຽວ​ກຳ​ເນີດ​ເກີດ​ຂຶ້ນ​ອີກ, ຈີນ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ໂລ​ກາ​ພິ​ວັດ, ຍຶດ​ໝັ້ນ​ລະ​ບົບ​ການ​ຄ້າ​ເສ​ລີ, ແລະ​ຮັກ​ສາ​ລະ​ບຽບ​ການ​ລັດ​ທິ​ຫຼາຍ​ຝ່າຍ. ຈາກ​ຕົ້ນ​ປີ​ນີ້​ຫາ​ທ້າຍ​ປີ​ນີ້, ຈາກ​​ການເປັນ​ເຈົ້າ​ພາບກອງ​ປະ​ຊຸມ​ສາ​ກົນຫາ​ກອງ​ປະ​ຊຸມ​ສາ​ກົນ​ຈັດ​ຂຶ້ນ​ຢູ່​ຕ່າງ​ປະ​ເທດ, ຈາກ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​​ຕະ​ຫຼອດ​ເຖິງ​ການ​ໃຊ້​ມາດ​ຕະ​ການ​ເຮັດ​ແທ້​ທຳ​ຈິງ, ຈີນ​ໄດ້​ສົ່ງ​​ສັນ​ຍານ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອ​ກ​ຢ່າງ​ຈະ​ແຈ້ງ​ຕໍ່​ພາຍນອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍຶດ​ໝັ້ນ​ທິດ​ທາງທີ່​ຖືກ​ຕ້ອງ​ໃນ​ຂະ​ບວນ​ການ​ກ້າວ​ໜ້າ​ທາງ​ປະ​ຫວັດ​ສາດ.

ຄຳ​ເຫັນ

0