覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດ​ເຜີຍ​ແຜນດຳ​ເນີນ​ງານ​ວ່າ​ດ້ວຍ​ເຄືອ​ຂ່າຍ​ເຊື່ອມ​ຕໍ່​ພະ​ລັງ​ງານ​ທົ່ວ​ໂລກ​ເພື່ອ​ສົ່ງ​ເສີມ​ການ​ປະ​ຕິ​ບັດ​ສັນ​ຍາ​ປາ​ຣີ

2018-12-12 15:31:35 cri

ວັນ​ທີ 10 ທັນ​ວ​າ​ນີ້, ອົງ​ການ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ເຄືອ​ຂ່າຍ​ເຊື່ອມ​ຕໍ່​ພະ​ລັງ​ງານ​ທົ່ວ​ໂລກ​ແລະ​ກອງ​ເລ​ຂາ​​ທິ​ການສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮ່ວມ​ກັນ​ເປີ​ດ​ເຜີຍ ແຜນດຳ​ເນີນ​ງານ​ວ່າ​ດ້ວຍ​ເຄືອ​ຂ່າຍ​ເຊື່ອມ​ຕໍ່​ພະ​ລັງ​ງານ​ທົ່ວ​ໂລກ​ເພື່ອ​ສົ່ງ​ເສີມ​ການ​ປະ​ຕິ​ບັດ​ສັນ​ຍາ​ປາ​ຣີ ທັງ​ຮ່ວມ​ກັນ​ສ້າງ​ຕັ້ງ​ພັນ​ທະ​ມິດ​ຄັງ​ປັນ​ຍາ​ເຄືອ​ຂ່າຍ​​ເຊື່ອມ​ຕໍ່​ພະ​ລັງ​ງານ​ໂລກ.
 

ຂ່າວ​ແຈ້ງວ່າ: ແຜນດຳ​ເນີນ​ງານສະ​ບັບ​ນີ້​​ໄດ້ເປີດ​ເຜີຍ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ການ​ປ່ຽນ​ແປງ​ຂອງ​​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ປີ 2018​ໂດຍ​ໄດ້​ເຊື່ອ​ຕໍ່​ກັບ​ເປົ້າ​ໝາຍ​ຕ່າງໆ​ທີ່​ເປັນ​ເງື່ອນ​ໄຂ​ສຳ​ຄັນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ, ສະ​ເໜີ​ແຜນ​ການ​ແກ້​ໄຂ​ຢ່າງ​ເປັນ​ລະ​ບົບ​ສຳ​ລັບ​ເຄືອ​ຂ່າຍເຊື່ອມ​ຕໍ່​ພະ​ລັງ​ງານ​ທົ່ວ​ໂລກ​ເພື່ອ​ສົ່ງ​ເສີມ​ການ​ປະ​ຕິ​ບັດ​ສັນ​ຍາ​ປາ​ຣີ​ຈາກ 5 ດ້ານ​ຄື : ສະ​ພາບການ​ພັດ​ທະ​ນາ,ແຜນ​ການຫຼຸດ​ຜ່ອນ​ການ​ປ່ອຍ​ມົນ​ລະ​ພິດ,​ການເຊື່ອມ​ຕໍ່​ແນວ​ຄວາມ​ຄິດ,ການ​ດຳ​ເນີນ​ງານ​ຂອງ​ບັນ​ດາ​ທະ​ວີບ​ແລະກົນ​ໄກ​ແກ້​ໄຂ​ ເຊິ່ງ​​ຈະ​ເປັນ​ການ​ສະ​ໜອງ​ແຜນ​ການ​ດຳ​ເນີ​ນ​ງານ​ແລະ​ກົນ​ໄກ​ຮັບ​ປະ​ກັນ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ໂລກ​ດຳ​ເນີນ​ການ​ຮ່ວມ​ມື​ແບບ​ຕິດ​ແທດ​ຕົວ​ຈິງ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ກາກບອນ​ຕ່ຳ.
 

ຕາມ​ແຜນ​ການ​ດຳ​ເນີນ​ງານ​ສະ​ບັບ​ນີ້​ລະ​ບຸ​ວ່າ: ເຄືອ​ຂ່າຍ​​ເຊື່ອມ​ຕໍ່​ພະ​ລັງ​ງານ​ທົ່ວ​ໂລກ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ເຮັດ​ໃຫ້​ປະ​ລິ​ມານ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ທີ່​ສະ​ອາດ​ໃນ​ທົ່ວ​ໂລກ​ຍົກ​ສູງ​ຂຶ້ນ 4 ເທົ່າ​; ຈັ​ງ​ຫວະ​ການ​ເຕີບ​ໂຕ​ສະ​ເລ່ຍ​ຕໍ່​ປີ​ຂອງ​ການ​ນຳ​ໃຊ້​ພະ​ລັງ​ງານ​ທີ່​ສະ​ອາດ​ຍົກ​ສູງ​ຂຶ້ນ 5 ເທົ່າ; ​ຈຳ​ກັດ​ການ​ລະ​ບາຍ​ທາດ​ກາກບອນຂອງ​ໂລກ​ໃຫ້​ຢູ່​ໃນ​ລະ​ດັບ​ເພ​ດານ​ທີ່​ກຳ​ນົດ​ໄວ້​ກ່ອນຫຼືຫຼັງ​ປີ 2025, ແລະ​ເມື່ອ​ຮອດ​ປີ 2050​ຕ້ອງ​ໃຫ້ຫຼຸດ​ລົງ​ບໍ່​ເຖິງ​ເຄິ່ງ​ໜຶ່ງ​ຂອງ​ປີ 1990.

ຄຳ​ເຫັນ

0