黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ອອກປຶ້ມ​ປົກ​ຂາວ “ການ​ພັດ​ທະ​ນ​າ​ແລະ​ຄວາມ​ກ້າວ​ໜ້າ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ຈີນຕະ​ຫຼອດ​ໄລ​ຍະ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ”

2018-12-12 16:48:16 cri

ວັນ​ທີ 12 ທັນ​ວາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນໄດ້​ອອກປຶ້ມ​ປົກ​ຂາວ “ການ​ພັດ​ທະ​ນ​າ​ແລະ​ຄວາມ​ກ້າວ​ໜ້າ​ດ້ານ​ພາ​ລະ​ກິດ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ຕະ​ຫຼອດ​ໄລ​ຍະ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ”.

ປຶ້ມ​ປົກ​ຂາວ​ລະ​ບຸ​ວ່າ, ປີ 2018 ແມ່ນ​​ປີ​ແຫ່ງການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ. ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ການ​ປະ​ຕິ​ວັດ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົ​ນ​ທົ່ວ​ປະ​ເທດ​ຈີນ​ທີ່​ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ໃນ​ເງື່ອນ​ໄຂ​ໃໝ່, ໄດ້​ບຸກ​ເບີກ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ສຳ​ເລັດ​ຜົນ, ທັງ​ໄດ້​ເປີດ​ສາກຄັ້ງ​ໃໝ່​ໃນ​ພາ​ລະ​ກິດການ​ພັດ​ທະ​ນາສິ​ດ​ທິ​ມະ​ນຸດ​ຂອງ​ຈີນ.

ປຶ້ມ​ປົກ​ຂາວ​ຊີ້​ອອກວ່າ, ໃນ 40 ປີ​ຜ່ານ​ມາ, ຈີນ​ໄດ້​ຖອດ​ຖອນ​ບົດ​ຮຽນ​ປະ​ຫວັດ​ສາດ, ຮ່ຳ​ຮຽນ​ເອົາ​ຜົນ​ງານ​ການ​ພັດ​ທະ​ນາອາ​ລະ​ຍະ​ທຳຂອງ​ມວນມະ​ນຸດ, ຍຶດ​ໝັ້ນ​ຫຼັກ​ການ​ທົ່ວ​ໄປດ້ານສິດ​ທິ​ມະ​ນຸດ​ປະ​ສານ​ສົມ​ທົບ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ, ​ປະ​ດິດສ້າງ​ທັດ​ສະ​ນະ​ຄະ​ຕິ​ການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ໄດ້​​ກຳ​ເນີດ​ທັດ​ສະ​ນະ​ຄະ​ຕິ​ໃໝ່​ດ້ານ​ການ​ພັດ​ທະ​ນາ​ສິ​ດ​ທິ​ມະ​ນຸດ​ທີ່​ຖື​ຄົນ​ເປັນ​ເຄົ້າ, ຖື​ສິດ​ການ​ຢູ່​ລອດແລະ​ສິດ​ພັ​ດ​ທະ​ນາ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ, ຖື​ການ​ເພີ່ມ​ທະ​ວີ​ການ​​ສ້າງ​ລະ​ບຽບ​ກົດ​ໝາຍ​ດ້ານ​ສິ​ດ​ທິ​ມະ​ນຸດ​ຢ່າງ​ຮອບ​ດ້ານ​ເປັນ​ແນວທາງ, ແລະ​ຖື​ການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ຕ່າງໆ​ຢ່າງ​ສັງ​ລວມ​ແລະ​ກົມ​ກຽວ​ເປັນ​ເປົ້າ​ໝາຍ.

ປຶ້ມ​ປົກ​ຂາວ​ຍັງ​ລະ​ບຸ​ວ່າ, ໃນ 40 ປີ​ຜ່ານ​ມາ​ນີ້, ຈີນ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ​ຢ່າງກວ້າງ​ຂວາງ, ປະ​ຕິ​ບັດ​ພັນ​ທະ​ສິດ​ທິ​ມະ​ນຸດ​ສາ​ກົນ​ຢ່າງ​​ຫ້າວ​ຫັນ, ເຂົ້າ​ຮ່ວມ​ວຽກ​ງານ​ສິດ​ທິ​ມະ​ນຸດ​ສາ​ກົນ​ຢ່າງ​ຮອບ​ດ້ານ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ປ່ຽນ​ແປງ​ລະ​ບົບ​​ຄຸ້ມ​ຄອງສິດ​ທິ​ມະ​ນຸດ​ທົ່ວ​ໂລກ, ສຸມ​ກຳ​ລັງ​ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນມະ​ນຸດ, ເປັນ​ການ​ປະ​ກອບ​ສ່ວນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ຂອງ​ໂລກ.

ຄຳ​ເຫັນ

0