黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ແລະ​ຫວຽດ​ນາມ​ສະ​ເໝີ​ກັນ 2-2 ໃນ​ຮອບ​ຊິງ​ຊະ​ນະ​ເລີດ “ຂັນ​ຊູ​ຊຸ​ກີ”

2018-12-12 16:47:13 cri

ໃນການ​ແຂ່​ງ​ຂັນ​ບານ​ເຕະ​ອາ​ຊຽນ “ຂັນ​​ຊູ​ຊຸ​ກີ” 2018 ​ຮອບ​ຊີງ​ຊະ​ນະ​ເລີດ​ນັດ​ທີ​ໜຶ່ງ​ທີ່​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ ​ບຸ​ກິດ ຈະ​ລີ ລັດ​ເຊ​ລັງ​ກໍ ປະ​ເທດ​ມາ​ເລ​ເຊຍ​ໃນ​ຕອນ​ຄ່ຳ​ວັນ​ທີ 11 ທັນ​ວາ​ນີ້, ທີມ​ມາ​ເລ​ເຊຍ​​ພະ​ຍາ​ຍາມ​ບຸກ​ໜັກ​ເພື່ອ​ຍິງ​ໃຫ້​ໄດ້ 2 ​ປະ​ຕູພາຍ​ໃຕ້​ສະ​ຖາ​ນະ​ການ​ທີ່​ເສຍ​ໄປ​ກ່ອນ 2 ປະ​ຕູ​, ແລະ​ສາ​ມາດ​ຍິງ​ສະ​ເໝີ​ທີມ​ຫວຽດ​ນາມ​ໂດຍ  2 ຕໍ່ 2 ປະ​ຕູ.

ສອງ​ທີມ​ດັ່ງ​ກ່າວ​ຈະ​ແຂ່ງ​ຂັນ​​ກັນ​ອີກ​ໃນນັດ​ທີ​ສອງ​ຢູ່​ຫວຽດ​ນາມ​ໃນ​ວັນ​ທີ 15 ທັນ​ວາ.

ການ​ແຂ່ງ​ຂັນ​ບານ​ເຕະ​ອາ​ຊຽນ​ເລີ່ມ​ສ້າງ​ຕັ້ງ​ຂຶ້ນ​ເມື່​ອ​ປີ 1996, ແມ່ນ​ການ​ແຂ່ງ​ຂັນ​ບານ​ເຕະ​ທີ່​ມີ​ມູນ​ເຊື້ອ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ໃນ​ການ​ແຂ່ງ​ຂັນ​ 11 ຄັ້ງ​ຜ່ານ​ມາ, ມາ​ເລ​ເຊຍ​ແລະ​ຫວຽດ​ນາມ​ຕ່າງ​ໄດ້​ແຊມ​ຝ່າຍ​ລະ​ໜຶ່ງ​ເທື່ອ, ສ່ວນ​ຄັ້ງ​ອື່ນໆ​ແມ່ນ​ທີມ​ໄທ​ແລະ​ທີມ​ສິງ​ກະ​ໂປ​ໄດ້​ແຊມ.

ຄຳ​ເຫັນ

0