吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໄທ​ຍົກ​ເລີກ​ການຈຳກັດ​​ກິດຈະກຳຂອງ​ພັກ​ການ​ເມືອງ

2018-12-12 16:33:51 cri

ວັນ​ທີ 11 ທັນວາ​ນີ້, ​ເວັບ​ໄຊລາຊະ​ກິດ​ໄທ​ໄດ້​ລາຍ​ງານ​ວ່າ: ຫົວໜ້າ​ຄະນະ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ ຫຼື ຄສຊ ​ໄດ້​ຄຳ​ສັ່ງ​ວ່າ: ​​ເພື່ອ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້, ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ພັກ​ການ​ເມືອງ​ສາມາດ​ຈັດ​ກິດຈະກຳ​ໄດ້ ຄື: ການ​ຫາ​ສຽງ​ເປັນ​ຕົ້ນ.

ຄຳ​ສັ່ງ​ຂອງ​ຫົວໜ້າ ຄສຊ ລະບຸ​ວ່າ: “ກົດໝາຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ຕ່ຳ” ຈະ​ມີ​ຜົນບັງຄັບ​ໃຊ້​ແຕ່ວັນ​ທີ 11 ທັນວາ​ນີ້​ເປັນ​ຕົ້ນ​​ໄປ ​ແລະ​​​ໃນ​ກົດໝາຍ​ໄດ້​ລະບຸ​ວ່າ​ຈະ​ອອກ​ໜັງສື​ປະກາດ​ຂອງ​ເຈົ້າ​ຊີວິດ​ຫຼັງ​ຈາກ​ກົດໝາຍ​ດັ່ງກ່າວ​ມີ​ຜົນ​ບັງຄັບ​ໃຊ້ພາຍ​ໃນ 90 ມື້ ວັນ​​ເພ່ອປະກາດ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ຢ່າງ​ເປັນ​ທາງ​ການ. ​ໃນ​ວັນ​ທີ 11 ທັນວາ​ນີ້, ທ່ານ​ວິສະນຸ ​ເຄືອງ​ງາມ ຮອງ​ນາຍົກລັດຖະມົນຕີ​ໄທ​ໄດ້​ກ່າວ​ວ່າ: ​ເຖິງວ່າ​ປັດຈຸບັນ​ນີ້​ຍັງ​ບໍ່​ທັນ​ອອກ​ຄຳ​ສັ່ງ​​ໃຫ້ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປກໍ​ຕາມ, ​ແຕ່ບັນດາ​ພັກ​ການ​ເມືອງ​ສາມາດ​ຈັດ​ກອງ​ປະຊຸມ ​ແລະ​ດຳ​ເນີນການ​ຫາ​ສຽງ​ໄດ້, ຂະນະ​ດຽວ​ກັນ​ຍັງ​ສາມາດ​ເປີດ​ເຜີຍ​ລາຍ​ຊື່ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​​ເປັນ​ນາ​ຍົກລັດຖະມົນຕີຂອງ​ພັກ​ຕົນ​ໄດ້​.

ຄຳ​ເຫັນ

0