覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ພະ​ລັງ​ງານສະ​ອາດ​ສາ​ກົນ​ຄັ້ງ​ທີ 7 ເນັ້ນ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ

2018-12-12 15:34:06 cri

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ພະ​ລັງ​ງານ​​ສະ​ອາດ​ສາ​ກົນ​ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນ​ຢູ່​ມາ​ກາວ​ຈີນ​ໃນ​ຕອນ​ຄ່ຳ​ວັນ​ທີ 11 ທັນ​ວາ​ນີ້, ໂດຍ​ມີ​ຫົວ​ໜ້າ​ອົງ​ການພະ​ລັງ​ງານ​ໄຟ​ຟ້າ​ຂອງ​ລັດ​ຖະ​ບານຫຼາຍ​ປະ​ເທດ​ແລະ​ເຂດ​ແຄວ້ນ​ພ້ອມ​ດ້ວຍ​ທູ​ຕາ​ນຸ​ທູດ​ປະ​ຈຳ​ຈີນ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ຂະ​ແໜງ​ການ​ພະ​ລັງ​ງານ, ວິ​ສາ​ຫະ​ກິດ, ມະ​ຫາ​ວິ​ທະ​ຍາ​ໄລ​ແລະ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຂົ້າ​ຮ່ວມ. ກອງ​ປະ​ຊຸມ​ຄັ້ງ​ນີ້ຈະ​ດຳ​ເນີນ​ເປັນ​ເວ​ລາ 3 ວັນ, ​ໂດຍ​ມີ​ເວ​ທີ​ປຶກ​ສາ​ຫາ​ລື​ພະ​ລັງ​ງານສະ​ອາດ​ສາ​ກົນ​ມາ​ກາວ​, ສູນ​ຈີນ-ອາ​ຊຽນ, ສູນ​ພະ​ລັງ​ງານ​ອາ​ຊຽນ​ເປັ​ນ​ເຈົ້າ​ພາບ​ຮ່ວມ​​ກັນຈັດ​ຂຶ້ນ​ພາຍ​ໃຕ້​ຫົວ​ຂໍ້ “ນຳ​ພາ​ໂດຍ​ພະ​ລັງ​ງານ​​​ທີ່ສະ​ອາດ​ສະ​ມາດ, ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ” ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ຊຸກ​ຍູ້​​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ສະ​ອາດ​ລະ​ຫວ່າງຈີນ​ແລະ​ປະ​ເທດ​ອາ​ຊຽນ​ກໍ​ຄື ບັນ​ດາ​ປະ​ເທດ​ລຽບ​ຕາມ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຊຸກ​ຍູ້ການ​ປະ​ດິດ​ສ້າງ​ດ້ານ​ເຕັກ​ນິກ​ພະ​ລັງ​ງານ​ສະ​ມາດ​ແລະເຕັກ​ນິກ​ບຼອກ​ເຊນ​ດ້ານ​ພະ​ລັງ​ງານ.

 

 

ຄຳ​ເຫັນ

0