李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ປຶ້ມ ສີ​ຈິ້ນ​ຜິງ​ວ່າ​ດ້ວຍ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຖືກ​ພິມ​ຈຳ​ໜ່າຍ

2018-12-12 16:22:18 cri

    ປຶ້ມ ສີ​ຈິ້ນ​ຜິງ​ວ່າ​ດ້ວຍ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ຮຽບ​ຮຽງ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ປ​ະ​ຫວັດ​ສາດ​ຂອງ​ພັກ​ແລະ​ເອ​ກະ​ສານ​ເກົ່າ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ທີ່​ພິມ​ໂດຍ​ສຳ​ນັກ​ພິມ​ເອ​ກະ​ສານ​ເກົ່າ​ສູນ​ກາງນັ້ນ ໄດ້​ຈຳ​ໜ່າຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ແຕ່​ວັນ​ທີ 11 ທັນ​ວານີ້​ເປັນ​ຕົ້ນ​ໄປ.

    ປຶ້ມ​ຫົວ​ນີ້​ເປັນ​ການ​​ລວບ​ລວມ​ບົດ​ປາ​ໄສ​ຫົວ​ຂໍ້​ສະ​ເພາະ ເຊິ່ງ​ບົດ​ທຳ​ອິດ​ແມ່ນຕອນ​ໜຶ່ງ​ຂອງ​ຄຳ​ປາ​ຖະ​ກະ​ຖາ​ຂອງ​ທ່ານ ສີ​ຈິ້ນ​ຜິງ ທີ່​ກ່າວ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ນາ​ຊາ​ບາ​ເຢັ​ຟ​ຂອງ​ກາ​ຊັກ​ສ​ະ​ຖານ​ພາຍ​ໃຕ້​ຫົວ​ຂໍ້​ວ່າ “ຮ່ວມ​ກັນ​ສ້າງ​ແລວ​ເສດ​ຖະ​ກິດ​ເສັ້ນ​ທາງ​ສາຍ​ໄໝ” ໃນ​ວັນ​ທີ 7 ກັນ​ຍາ​ປີ 2013, ບົດ​ສຸດ​ທ້າຍ​ແມ່ນ​ຕອນ​ໜຶ່ງ​ຂອງ​ຄຳ​ປາ​ໄສ​ຂອງ​ທ່ານ ສີ​ຈິ້ນ​ຜິງ ທີ່​ກ່າວ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຣັບ ພາຍ​ໃຕ້​ຫົວ​ຂໍ້​ວ່າ “ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ແລະ​ການ​ເຄື່ອນ​ໄຫວ, ເກາະ​ແຂນ​ກັນ​ຊຸກ​ຍູ້​ການ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃນ​ວັນ​ທີ 10 ກໍ​ລະ​ກົດ​ປີ 2018, ລວມ​ທັງ​ໝົດ ໄດ້​ປະ​ກອບ​ມີ​ບົດ​ປາ​ໄສ​ສຳ​ຄັນ​ຂອງ​ທ່ານ ສີ​ຈິ້ນ​ຜິງ ກ່ຽວ​ກັບ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” 42 ບົດ, ລວມ​ມີ​ປະ​ມານ 130.000 ຕົວ​ໜັງ​ສື​ຈີນ.

ຄຳ​ເຫັນ

0