李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ມີ​ທ່າ​ທີ​ເປີດ​ປະ​ຕູ​​ການ​ສົນ​ທະ​ນາ​ສິດ​ທິ​ມະ​ນຸດ​ບົນ​ພື້ນຖານ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​​ມາ​ໂດຍ​ຕະຫຼອດ

2018-12-12 16:23:55 cri

    ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ທັນ​ວານີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຍາມ​ໃດ, ຈີນ​ກໍ​ມີ​ທ່າ​ທີ​ເປີດ​ປະ​ຕູ​ການ​ດຳ​ເນີນ​ການ​ສົນ​ທະ​ນາ​ແລະ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ​ກັບ​ປະ​ເທດ​ອື່ນ​ບົນ​ພື້ນ​ຖານ​ຕ່າງ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ.

    ມີ​ນັກ​ຂ່າວ​ຖາມ​ວ່າ: ຕາມ​ສື່ມວນ​ຊົນ​ເຢຍ​ລະ​ມັນ​ບາງ​ສຳ​ນັກ​ລາຍ​ງານ​ວ່າ, ໃນ​ເວ​ລາ​ພົບ​ປະ​ກັບ​ຜູ້​ນຳ​ຈີນ, ທ່ານ ແຟ​ຣງ ວອນ​ເຕີ ສະ​​ໄ​ຕ​ໄມ​ເອີ ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ​ໄດ້​ກ່າວ​ເຖິງ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຂອງ​ຈີນ. ຈີນ​ຢືນ​ຢັນ​ໄດ້​ບໍ່? ແລະ​ມີ​ຄຳ​ຕອບ​ແນວ​ໃດ​ຕໍ່​ເລື່ອງນີ້?

    ທ່ານ ລູ້​ຄ່າງ ຕອບ​ວ່າ: ການ​ແລກ​ປ່​ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ເຢຍ​ລະ​ມັນ ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ, ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ ບໍ່​ພຽງ​ແຕ່​ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​ກັນ​ເປັນ​ປະ​ຈຳ​ເທົ່າ​ນັ້ນ, ຫົວ​ຂໍ້​ຂອງ​ການ​ແລ​ກ່​ປ່ຽນ ກໍ​ກວ້າງ​ຂວາງຫຼາຍ, ໃນ​ນັ້ນ ລວມ​ທັງ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ຊາວ​ອົບ​ພະ​ຍົບ, ຊາວ​ຍົກ​ຍ້າຍ​ຖິ່ນ​ຖານ, ສິ່ງ​ທ້າ​ທາຍ​ຈາກ​ການ​ພັດ​ທະ​ນາ​ຫັນ​ເປັນ​ດິ​ຈິ​ຕອນ ແລະ​ບັນ​ຫາ​ອື່ນໆ. ຈີນ​ແລະ​ເຢຍ​ລະ​ມັນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ດ້ານ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ໄລ​ຍະ​ການ​ພັດ​ທະ​ນາ ແລະ​ລະ​ບອບ​ສັງ​ຄົມ, ຈຶ່ງ​ມີ​ຄວາມ​ເຫັນ​ບໍ່​ເປັນ​ເອ​ກະ​ພາບ​ກັນ​ທັງ​ໝົດ​ຕໍ່​ບາງ​ບັນ​ຫາ, ຂໍ​ແຕ່​ວ່າຕ່າງ​ຍຶດ​ໝັ້ນ​​ການເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ແລະ​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​ແລ້ວ, ກໍ​ສາ​ມາດ​ດຳ​ເນີນ​ການ​ສົນ​ທະ​ນາ​ແລະ​ແລກ​ປ່ຽນ​ບົນ​ຈິດ​ໃຈ​ມິດ​ຕະພາບ ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ. ກໍ​ຄື​​ດັ່ງ​ທີ່ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​​ໄ​ຕ​ໄມ​ເອີ ເວົ້າ​ວ່າ, ເຢຍ​ລະ​ມັນ​ແລະ​ຈີນ​ມີ​ປະ​ຫວັດ​ສາດ​ແລະ​ບົດ​ຮຽນ​ທີ່​ຕ່າງ​ກັນ, ການ​ທີ່​ມີ​ຄວາມ​ເຫັນ​ຕ່າງ​ກັນ​ໃນ​ບາງ​ບັນ​ຫາ​ນັ້ນ ແມ່ນ​ເລື່ອງ​ປົກ​ກະ​ຕິ, ໃນ​ຖາ​ນະ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ, ສາ​ມາດ​ສາ​ມາດ​ດຳ​ເນີນ​ການ​ແລກ​ປ່ຽນ​ກັນ​ຜ່ານ​ການ​ສົນ​ທະ​ນາ​ຢ່າງ​ສະ​ເໝີ​ພາບ​ບົນ​ພື້ນ​ຖານ​ເຄົາ​ລົບ​ກັນ ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ, ຫາກ​ບໍ່​ແມ່ນ​ປັ້ນ​​ເລື່ອງ​ໃຫ້​ເປັນຂ່າວ​ຢູ່​ສື່ມວນ​ຊົນ.

ຄຳ​ເຫັນ

0