吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຢາງ​​ແຈ​ສື​ພົບ​ປະ​ກັບ​ຮອງ​ນາຍົກລັດຖະມົນຕີກາຕາ

2018-12-13 17:07:39 cri

ວັນ​ທີ 12 ທັນວາ​ນີ້, ທ່ານ​ຢາງ​ແຈ​ສື ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຫົວໜ້າ​ຫ້ອງການ​ຄະນະ​ກຳມະການ​ວຽກ​ງານການ​ຕ່າງປະ​ເທດ​ສູນ​ກາງ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ໂມຮາ​ເມດ ບິນ ອັບ​ດູ​ນຣາມານ ອານ​ຊາ​ນີ ຮອງ​ນາ​ຍົກ​ລັດຖະມົນ​ຕີ ທັງ​ເປັນ​ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​ກາ​ຕາ​ຢູ່​ນະຄອນຫຼວງປັກ​ກິ່ງ.

ທ່ານ​ຢາງ​​ແຈ​ສື​ກ່າວ​ວ່າ: ຈີນ​ຖື​ກາ​ຕາ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຮ່ວມ​ກັນ ​ແລະ​ດຳ​ເນີນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍດ. ຈີນ​ຍິນ​ດີ​​ຮ່ວມ​ກັບກາ​ຕາ​ລົງ​ເລິກ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ, ​ເພີ່ມ​ທະວີ​ການ​ປະສານ​ງານ​​ໃນ​ວຽກ​ງານ​ພາກ​ພື້ນ​ ​ແລະສາກົນ, ​ແລກປ່ຽນ​ຂໍ້​ມູນ​ດ້ານ​ກາ​ນກໍ່​ການ​ຮ້າຍຢ່າງ​ໃກ້ຊິດ ​ແລະ​ຊຸກຍູ້ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ກາ​ຕາ​​ໃຫ້​ໄດ້ຮັບ​ການ​ພັດທະນາ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ໂມ​ຮາ​ເມດ​ກ່າວ​ວ່າ: ກາ​ຕາ​​ໃຫ້​ຄວາມ​ສຳຄັນ​ເປັນ​ຢ່າງ​ສູງ​ຕໍ່​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ກາ​ຕາ-ຈີນ, ຍິນ​ດີ​ຮ່ວມ​ກັນ​ກັບ​ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນຂົງ​ເຂດ​ຕ່າງໆ​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ແລະ​ບັນລຸ​ການ​ພັດທະນາ​​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ.

ຄຳ​ເຫັນ

0