覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ອັງ​ກິດໄດ້​ຜ່ານ​ການ​ທົດ​ສອບ​ໃນ​ການ​ລົງ​ຄະ​ແນນ​ສຽງ​ບໍ່​ໄວ້​ວາງ​ໃຈ​ພາຍ​ໃນ​ພັກ​ອະ​ນຸ​ລັກ​ນິ​ຍົມ

2018-12-13 15:36:25 cri

 ຕອນ​ຄ່ຳ​ວັນ​ທີ 12 ທັນ​ວາ​ນີ້, ທ່ານ​ນາງ​ເທ​ເຣ​ຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໄດ້​ຜ່ານ​ການ​ທົດ​ສອບ​ໃນ​ການ​ລົງ​ຄ​ະ​ແນນ​ສຽງ​ບໍ່​ໄວ້​ວາງ​ໃຈ​ຂອງ​ພັກ​ອະ​ນຸ​ລັກ​ນິ​ຍົມ​ ແລະສາ​ມາດ​ຮັກ​ສາ​ຕຳ​ແໜ່ງ​ຜູ້​ນຳ​ພັກ​ດັ່ງ​ກ່າວ​ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໄດ້.
 

 ຕ​າມ​ກົດ​ລະ​ບຽບ​ກຳ​ນົດ​ໄວ້​ວ່າ: ຖ້າ​ຫາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ບໍ່​ສາ​ມາດ​ໄດ້​ຮັບ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈຫຼາຍກວ່າ​ເຄິ່ງ​ໜຶ່ງ​ພາຍ​ໃນ​ພັກ​ຂອງ​ຕົນ, ກໍ​ຄວນ​ລາ​ອອກ​ຈາກ​ຕຳ​ແໜ່ງ ແລ້ວ​ພັກ​ນັ້ນ​ຈະ​ເລືອກ​ຕັ້ງ​ຜູ້​ນຳ​ພັກ​ຄົນ​ໃໝ່; ຖ້າ​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຄະ​ແນນ​ສຽງ​ໄວ້​ວາງ​ໃຈຫຼາຍກວ່າ​​ເຄິ່ງ​ໜຶ່ງ, ພາຍ​ໃນ​ພັກ​ດັ່ງ​ກ່າວ​ຈະ​ບໍ່​ສາ​ມາດ​ຈັດ​ການ​ລົງ​ຄະ​ແນນ​ສຽງ​ບໍ່​ໄວ້​ວາງ​ໃຈ​ຕໍ່​ຜູ້​ກ່ຽວ​ພາຍ​ໃນ 1 ປີ.
 

ທ່ານ ແກ​ຣມ ເບ​ຣ​ດີ ປະ​ທານ ຄະ​ນະ​ກຳ​ມະ​ການ 1922 ຂອງ​ພັກ​ອະ​ນຸ​ລັກ​ນິ​ຍົມ​ໄດ້​ຢືນ​ຢັນ​ພາຍຫຼັງ​ເປີດ​ເຜີຍ​ຜົນ​ການ​ລົງ​ຄະ​ແນນ​ສຽງ​ວ່າ: ຜົນ​ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ອະ​ນຸ​ລັກ​ນິ​ຍົມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ. ຄະ​ນະ​ກຳ​ມະ​ການ1922 ປະ​ກອບ​ດ້ວຍ​ສະ​ມາ​ຊິກ​ທຳ​ມະ​ດາ​ຂອງ​ສະ​ພາ​ຕ່ຳ​ພັກ​ອະ​ນຸ​ລັກ​ນິ​ຍົມ ເຊິ່ງ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຕັດ​ສິນ​ຜູ້​ທີ່​ຈະ​ຂຶ້ນ​​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

 

 

ຄຳ​ເຫັນ

0