吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ນຳ​ໃຊ້​ມາ​ດຕະການຕາມ​ກົດໝາຍ​ຕໍ່​ປະ​ຊົນ​ກາ​ນາ​ດາ 2 ຄົນ

2018-12-14 17:42:23 cri

ວັນ​ທີ 13 ທັນວາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ມີ​ປະຊາຊົນ​ກາ​ນາ​ດາ 2 ຄົນຖືກສົງ​​ໄສ​ວ່າ​ໄດ້ປະຕິບັດການ​ເຄື່ອນ​ໄຫວ​ທີ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງຂອງ​ຈີນ, ສະ​ນັ້ນ, ຈີນ​ໄດ້​ນຳ​ໃຊ້​ມາດ​ຕະການ​ຕາມ​ກົດໝາຍ​ຕໍ່​ປະຊາຊົນ​ດັ່ງກ່າວ.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ: ທ່ານ​ໄມ​ເຄິນ ​ໂກ​ວີຣກ ​ແລະ​ທ່ານ​​ໄມ​ເຄິນ ສະ​ປາ​ວໍ ປະຊາຊົນ​ກາ​ນາ​ດາ​ໄດ້​ຖືກສົງ​​ໄສ​ວ່າ​ປະຕິບັດການ​ເຄື່ອນ​ໄຫວ​ທີ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມໝັ້ນຄົງຂອງ​ຈີນ. ຕາມ​ການ​ກຳນົດ​ຂອງ “ກົດໝາຍ​ອາຍາ​ຈີນ” ​ແລະ “ກົດໝາຍຮ້ອງ​ຟ້ອງ​ທາງ​ອາຍາ​ຈີນ”, ພະ​ແນ​ກ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດນະຄອນຫຼວງ​ປັກ​ກິ່ງ ​ແລະນະຄອນ​ຕ່າ​ນຕຸ່ງ​ແຂວງ​ລຽວນີງ​ໄດ້​ນຳ​ໃຊ້​ມາດ​ຕະການ​ຕາມ​ກົດໝາຍ​ຕໍ່​ສອງ​ຄົນ​ດັ່ງກ່າວ​​ໃນ​ວັນ​ທີ 10 ທັນວາ​ນີ້. ປັດຈຸບັນ​ນີ້, ຄະດີ​ພວມ​ຢູ່​​ໃນການ​ສືບສວນ.

ທ່ານ​ລູ້​ຄ່າງ​ກ່າວ​ຕື່ມ​ວ່າ: ພະ​ແນ​ກ​ຄວາມ​ໝັ້ນຄົງ​ແຫ່ງ​ຊາ​ດນະຄອນຫຼວງປັກ​ກິ່ງ ​ແລະ​ແຂວງ​ລຽວນີງ​ໄດ້​ແຈ້ງສະພາບ​ການ​ດັ່ງກ່າວ​ໃຫ້​ສະຖານທູດ​ກາ​ນາ​ດາ​ປະຈຳ​ຈີນ​ໄດ້​ຮັບ​ຊາບ​ແລ້ວ​ທັງ​ສອງ​ຄົນ​ຈະ​ໄດ້​ຮັບ​ສິດ​ທີ່​ຖືກຕ້ອງຕາມກົດໝາຍ​ແນ່​ນອນ.

ຄຳ​ເຫັນ

0