蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ລົງ​ທຶນ​ໂດຍ​ກົງ​ຂອງຕ່າງ​ປະ​ເທດ​​ໃນຈີນ​ໃນ 11 ເດືອນ​ຕົ້ນ​ປີ​ນີ້​ໄດ້​ຮັກ​ສາ​ທ່ວງ​ທ່າ​ໜັກ​ແໜ້ນໂດຍ​ພື້ນ​ຖານ

2018-12-14 15:03:55 CRI

ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ໃນ​ວັນ​ທີ 13 ທັນ​ວາ​ນີ້​​ໂດຍສະ​ແດງ​ໃຫ້​ເຫັນ​ວ່າ, 11 ເດືອນ​ຕົ້ນ​ປີ​ນີ້, ​ມີ​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດເປີດ​ຂຶ້ນ​ຢູ່​ຈີນ 54.703 ແຫ່ງ, ​ເພີ່ມ​ຂຶ້ນ 77,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ການ​ລົງ​ທຶນ​ຕ່າງ​ປ​ະ​ເທດ​ຕົວ​ຈິງບັນ​ລຸ​ໄດ້ 793,27 ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້ຫຼຸດ​ລົງ 1,3% ແລະ ໄດ້​ຮັກ​ສາ​ທ່ວງ​ທ່າ​ໜັກ​ແໜ້ນໂດຍ​ພື້ນ​ຖານ.

ຈຸດ​ພິ​ເສດ​ໃນ​ການ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ໃນ 11 ເດືອນ​ຕົ້ນ​ປີ​ແມ່ນ: ໜຶ່ງ, ຂະ​ແໜງ​ການ​ຜະ​ລິດ​ເຕັກ​ນິກ​ຂັ້ນ​ສູງ​ໄດ້​ຮັກ​ສາ​ທ່ວງ​ທ່າ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ; ສອງ, ຈັງ​ຫວະ​ເພີ່ມ​ຂຶ້ນ​ຂອງທຶນ​ຕ່າງ​ປະ​ເທດ​​ໃນພາກ​ຕາ​ເວັນ​ຕົກ​ແລະ​ພາ​ກ​ກາງ​ຈີນ ແລະ ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ໃນ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ໄດ້​ໄວ​ກວ່າ​ຈັງ​ຫ​ວະ​ເພີ່ມ​ຂຶ້ນ​ຂອງ​ທົ່ວ​ປະ​ເທດ; ສາມ, ທຶນ​ຕ່າງ​ປ​ະ​ເທດ​ຈາກ​ສິງ​ກະ​ໂປ, ສ.ເກົາຫຼີ, ອັງ​ກິດ, ຍີ່​ປຸ່ນ, ອາ​ເມ​ຣິ​ກາ ແລະ ເຢຍ​ລະ​ມັນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ເປັນ​ຢ່າງ​ດີ, ທຶນ​ຈາກ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ອາ​ຊຽນ ແລະ ສະ​ຫະ​ພາບ​ເອີ​ລົບ​ກໍ​ໄດ້​ເພີ່ມ​ຂຶ້ນ​ເຊັ່ນກັນ.

ເມື່ອ​ສັງ​ເກດ​ຈາກ​​ທຶນທົ່ວ​ໂລກ​ແລ້ວ​ເຫັນ​ວ່າ, ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​​ໃນຈີນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ເປັນ​ຢ່າງ​ດີ. “ບົດ​ລາຍ​ງານ​ຕິດ​ຕາມ​ທ່ວງ​ທ່າ​ລົງ​ທຶນ​ທົ່ວ​ໂລກ” ທີ່ກອງ​ປະ​ຊຸມ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ສະ​ຫະ​ປະ​ຊາ​ຊາດ​​ເປີດ​ເຜີຍຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ຫົກ​ເດືອນ​ຕົ້ນ​ປີ​ນີ້, ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ຂອງ​ທົ່ວ​ໂລກ​ໄດ້ຫຼຸດ​ລົງ 41%, ສ່ວນ​ຈີນ​ໄດ້​ລື່ນ​ກາຍ​ອາ​ເມ​ຣິ​ກາ​ແລ້ວ​ກາຍ​ເປັນ​ປະ​ເທດ​ທີ່​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດຫຼາຍ​ທີ່​ສຸດ​ໃນ​ໂລກ. ນອກ​ນີ້, ບົດ​ລາຍ​ງານ​ທີ່​ທະ​ນາ​ຄານ​ໂລກ​ເຜີຍ​ແຜ່​ໃນ​ວັນ​ທີ 31 ຕຸ​ລາ​ຜ່ານ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ຂອງ​ຈີນ​ໄດ້ຖືກ​ຍົກ​ສູງ​ຂຶ້ນກວ່າ​ປີ​ຜ່ານ​ມາ 32 ອັນ​ດັບ.

ຄຳ​ເຫັນ

0