吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໄລຍະ​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ 40 ປີຜ່ານມາ ຈີນຊ່ວຍ​ຜູ້​ທຸກຍາກ​ຊົນນະບົດ​ຫຼຸ​ດພົ້ນ​ຈາກ​ຄວາມທຸກ​ຍາກຫຼາຍ​ກວ່າ 700 ລ້ານ​ຄົນ

2018-12-14 17:43:30 cri

ວັນ​ທີ 13 ທັນວາ​ນີ້, ທ່ານ​ລີ​ວຢົງ​ຟູ້ ຫົວໜ້າ​ຫ້ອງການ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກລັດຖະບານ​ຈີນ​ໄດ້​​ເປີດ​ເຜີຍ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ​ໄລຍະ​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ 40 ປີຜ່ານມາ, ຈີນ​ໄດ້​ເປີດ​ຂະ​ບວນການ​ຫຼຸດຜ່ອນ​ຄວາ​ມທຸກ​ຍາກ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ, ​ໄດ້ຊ່ວຍ​ຜູ້​ທຸກ​ຍາກ​ຊົນນະບົດ​ຫຼາຍ​ກວ່າ 700 ລ້ານ​ຄົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ຄາດ​ວ່າ​ຮອດ​ປີ 2020, ​ຜູ້​ທຸກ​ຍາກ​ຢູ່ຊົນນະບົດຈີນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກທັງ​ໝົດ ​ແລະ​ຈະ​ສາມາດ​ລົບ​ລ້າງ​ເມືອງ​ທຸກ​ຍາກ​ໄດ້​ທັງ​ໝົດ​ເຊັ່ນ​ກັນ, ສາມາດ​ແກ້​ໄຂ​ຄວາມທຸກ​ຍາກຂອງພາກ​ພື້ນ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ: ເສັ້ນທາງ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ກຳລັງ​ສ້າງຄວາມ​ອັດສະຈັນ​ໃໝ່.

ປີ​ນີ້​ແມ່ນ​ປີ​ແຫ່ງ​ການ​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຈີນ​ຄົບຮອບ 40 ປີ. ​ໃ​ນ​ໄລຍະ 40 ປີຜ່ານມາ, ອັດຕາ​ການ​ເກີດ​ຄວາມທຸກ​ຍາກ​ໃນ​ຊົນນະ​ບົດຈີນ​ຫຼຸດ​ລົງຈາກ 97,5% ຢ່າງຕໍ່​ເນື່ອງ, ຄາດວ່າ​ໃນ​ປີ 2018 ຈະ​ຍັງ​ເຫຼືອ​ຕ່ຳ​ກວ່າ 2%. ວັນ​ທີ 13 ທັນວາ​ນີ້, ທ່ານ​ລີ​ວຢົງ​ຟູ້ ຫົວໜ້າ​ຫ້ອງການ​ຊ່ວຍ​ເຫຼື​ອຜູ້​ທຸ​ກຍາກ​ລັດຖະບານ​ຈີນ​ໄດ້​​​ເປີດ​ເຜີຍ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ການ​ຊ່ວຍ​ເຫຼືອ​ຜູ້ທຸກ​ຍາກ​ຂອງ​ຈີນ​ໄດ້ຮັບໝາກຜົນ​ອັນ​ໃຫຍ່​ຫຼວງ​ທີ່​​ໂ​ລກພວມ​ສົນ​ໃຈ, ສາ​ເຫດ​ຕົ້ນຕໍ​ແມ່ນ​ຈີນ​ໄດ້ຄົ້ນ​ພົບ​ເສັ້ນທາງ​ຫຼຸດຜ່ອນ​ຄວາ​ມທຸກ​ຍາກ​ທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ຈີນ ​ແລະ​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.

ທ່ານ​ກ່າວ​ຕື່ມ​ວ່າ: ຈີນ​ຈະ​ຮັກສາ​ທ່າ​ທີ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຕັ້ງໜ້າ​ຖອດ​ຖອນ​ບົດຮຽນ​ການ​ຫຼຸດຜ່ອນ​ຄວາມ​ທຸ​ກຍາກ​ຂອງ​ສາກົນ, ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ກັບ​ທະວີບອາ​ຟຣິກາ, ອາ​ເມຣິກາ​ລາ​ຕິນ, ອາ​ຊຽນ ​ແລະ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ເພື່ອ​ປະກອບສ່ວນ​ສະຕິ​ປັນຍາ​ຈີນ​ໃຫ້​ແກ່ພາລະກິດ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ສາກົນ.

ຄຳ​ເຫັນ

0