覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ​ເອ​ກະ​ຊົນ​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ​ຊ່ານ​ຢ້າ

2018-12-14 15:14:17 cri

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ຊັ້ນ​ສູງ​ເອ​ກະ​ຊົນ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊານ​ຢ້າ ແຂວງ​ໄຫຫຼຳ ສ​ປ ຈີນ​ໃນ​ວັນ​ທີ 12 ທັນ​ວາ​ນີ້​ໂດຍ​ມີ​ຜູ້​ຕາງ​ໜ້າ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ເອ​ກະ​ຊົນ​ແລະ​ສະ​ຖາ​ບັນ​ຂອງ​ຈີນ,ລາວ,ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ,ມາ​ເລ​ເຊຍ, ມຽນ​ມາ, ຟີ​ລິບ​ປິບ, ສິງ​ກະ​ໂປ, ໄທ​ແລະ​ຫວຽດ​ນາມ 80 ກວ່າ​ທ່ານ​ໄດ້​ຮ່ວມ​ກັນ​ປະ​ກາດ​ການ​ສ້າງ​ຕັ້ງ​​ສະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ​ເອ​ກະ​ຊົນ​ຈີນ-ອາ​ຊຽນຂຶ້ນ​ຢ່າງ​ເປັນ​ທາງ​ການ ແລະ​ລົງ​ນາມ​ໃນ​ຖະ​ແຫຼງ​ການ ສະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ​ເອ​ກະ​ຊົນ​ຈີນ-ອາ​ຊຽນ ເພື່ອ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ການ​ສຶກ​ສາ​ຈີນ-ອາ​ຊຽນ.
 

 ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ຕັ້ງ ສະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ​ເອ​ກະ​ຊົນ​ຈີນ-ອາ​ຊຽນ ໃຫ້​ກາຍ​ເປັນ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ຍາວ​ນານ; ເປີດກວ້າງ​ເວ​ທີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ເອ​ກະ​ຊົນ​ຂອງ​ຈີນ​ແລະ​ອາ​ຊຽນ; ຮ່ວມ​ກັນ​ຖອດ​ຖອນ​ບົດ​ຮຽນ​ທີ່​ດີ​ຈາກ​ພຶດ​ຕິ​ກຳຫຼ້າ​ສຸດ​​ທີ່​ເປັນ​ໂຕ​ແບບໃນ​ການ​ພັດ​ທະ​ນາ​ແບບ​ປະ​ດິດ​ສ້າງ​ໃໝ່​ໂດຍກວມ​ເອົາ​ການ​ຜະ​ລິດ,ການ​ສຶກ​ສາ,ການ​ຄົ້ນ​ຄວ້າ​ແລະ​ການ​ປະ​ຍຸກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເອ​ກະ​ຊົນ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ; ຄົ້ນ​ຄວ້າ​ເອ​ກະ​ລັກ​ພິ​ເສດ​ແລະ​ຈຸດ​ເດັ່ນ​ໃນ​ການ​ຮ່ວມ​ມື, ວາງວິ​ໄສ​ທັດ​ປະ​ດິດ​ສ້າງ, ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ປະ​ດິດ​ສ້າງ​ໃໝ່.
 

​ສຳ​ນັກ​ງານ​ຖາ​ວອນກອງ​ເລ​ຂາຂອງ​ສ​ະ​ຫະ​ພັນ​ດັ່ງ​ກ່າວ​ຕັ້ງ​ຢູ່ມະ​ຫາ​ວິ​ທະ​ຍາ​ໄລ​​ຊ່ານ​ຢ້າ​​ແຂວງ​ໄຫຫຼຳ ສ​ປ ຈີນ.

ຄຳ​ເຫັນ

0