覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​ຕີ​ລາ​ຄາ​ສູງ​ຕໍ່​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ

2018-12-14 16:23:29 cri

 

图片默认标题_fororder_laoshofjolsfe1

 ທ່ານ​ອຸ່ນ​​ທວງ ຂາວ​ພັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ​ທ່ອງ​ທ່ຽວ ແຫ່ງ ສ​ປ​ປ ລາວ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRI
 

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 4 ຈະ​ຈັດ​ຂຶ້ນ​ຢູ່​ຫຼວງ​ພະ​ບາງ​ແຕ່​ວັນ​ທີ 16-17 ທັນ​ວາ​ນີ້. ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນຫຼື CRI, ເຈົ້າ​ໜ້າ​ທີ່​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​ທີ່​ກຳ​ລັງ​ເຂົ້າ​ຮ່ວມ​ບຸນ​ມະ​ໂຫລານ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ 2018 ທີ່​ຈັດ​ຂຶ້ນ​ຢູ່​ສິບ​ສອງ​ພັ່ນ​ນາ​ແຂວງ​ຢູນ​ນານ ສ​ປ ຈີນ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ແລະ​ຫວັງ​ຢ່າງ​ຍິ່ງວ່າ ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.
 

     ທ່ານ​ອຸ່ນ​​ທວງ ຂາວ​ພັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ​ທ່ອງ​ທ່ຽວ ແຫ່ງ ສ​ປ​ປ ລາວ​ກ່າວ​ວ່າ: ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລະ​ຫວ່າງ​ລາວ-ຈີນ​ໄດ້​ຮັບ​ຜົນ​ງານ​ອັນ​ພົ້ນ​ເດັ່ນ​ໂດຍ​ສະ​ເພາະ​​ຈຳ​ນວນນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນ​ທາງ​ໄປ​ທ່ຽວ​ລາວ​ໄດ້​ເພີ່ມ​ຂຶ້ນ​ທຸກ​ປີ. ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2017ຜ່ານ​ມາ, ​ນັບແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກັນ​ຍາ 2018 ນີ້, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນ​ທາງ​ໄປ​ທ່ຽວ​ລາວ​ໄດ້​ເພີ່ມ​ຂຶ້ນ 6 ແສນ​ຄົນ. ທ່ານ​ກ່າວ​ວ່າ: ປີ 2019 ເປັນ​ປີ​ທ່ອງ​ທ່ຽວ​ລາວ-ຈີນ, ລັດ​ຖະ​ບານ​ລາວ​ຈະ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຈັດ​ກິດ​ຈະ​ກຳ​ຕ່າງໆ,ອອກ​ແຮງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ, ພະ​ຍາ​ຍາມ​ສູ້​ຊົນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ມາ​ທ່ຽວ​ລາວ​ໃຫ້ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0