吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ບໍລິ​ສັດທາງ​ລົດ​ໄຟ​ຈີນຕິດ​ອັນ​ດັບ​ໜຶ່ງ​ໃນ 500 ​ບໍລິສັດ​​ເຂັ້ມ​ແຂງ​ສຸດ​ໃນ​ໂລກ

2018-12-14 17:48:00 cri

​ໃນ​ການ​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຈີນຄົບຮອບ 40 ປີ​ຜ່ານ​ມາ, ​ກຸ່ມ​ບໍລິສັດ​ໂຄງການທາງ​ລົດ​ໄຟ​ຈີນຈຳກັດ ຫຼື CREC ​ໄດ້​ເອົາ​ໃຈ​ໃສ່​ພັດທະນາຕົນ​ເອງ​ໂດຍຍຶດໝັ້ນ​ການ​ປະດິດ​ສ້າງ​ໃໝ່​ຕາມ​ກົນ​ໄກ​ການ​ຫັນເປັນ​ຕະຫຼາດ, ຕຳ​ແໜ້ນ​ພື້ນຖານ​ເຕັກນິກ ​ແລະ​ບັນລຸ​ການ​ພັດທະນາ​ແບບກ້າວ​ກະ​ໂດດ​ຂັ້ນຈາກ​ຂົງ​ເຂດ​ການ​ກໍ່ສ້າງ​ທຳ​ມະ​ດາ​ດັ້ງ​ເດີມ ​​ເຊັ່ນ: ​ທາງ​ລົດ​ໄຟ, ຖະໜົນ​ຫົນທາງ, ຂົວ​ ​ແລະ​ອຸມົງ​​ທຳ​ມະ​ດາ​ຈົນເຖິງ​ທາງ​ລົດ​ໄຟ​ທີ່​ມີ​ຄວາມ​ໄວ​ສູງ, ​ທາງ​ລົດ​ໄຟ​ຢູ່​ພູ​ພຽງ, ທາງ​ລົດ​ໄຟ​ທີ່​ຮັບ​ນ້ຳໜັກຫຼາຍ, ຂົວ​ຂ້າມ​ທີ່ຍາວ, ອຸມົງ​ຍາວ, ​ການ​ອອກ​ແບບ​ຊີ​ແອັດ ​ແລະ​ອື່ນໆ​ກໍ​ໄດ້​ຮັບ​ການ​ພັດທະນາ​ທາງ​ດ້ານ​ເຕັກນິກ ​ແລະ​ມີ​ສິດທິ​ບັດ​ຊັບ​ສິນ​ທາງ​ປັນຍາ, ສາມາດຮັບ​ເໝົາ​ກໍ່ສ້າງ​ໂຄງການ​ຂະໜາດ​ໃຫຍ່ທັງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ ​ແລະຕິດ​ອັນ​ດັບ​ໜຶ່ງ​ໃນ 500 ບໍລິສັດທີ່​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ໂລກ​​ 13 ປີລຽນຕິດ.

 

图片默认标题_fororder_1123850330_15447105624011n

ຄຳ​ເຫັນ

0