尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລີ່ມແລ້ວ ໂຄງການຊ່ວຍເຫຼືອລ້າກໍ່ສ້າງໂຮງໝໍມະໂຫສົດ

2018-12-14 17:06:16 cri

图片默认标题_fororder_1
ໃນຕອນເຊົ້າຂອງວັນທີ 14 ທັນວາ 2018 ນີ້, ທີ່ໂຮງໝໍມະໂຫສົດ, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດການກໍ່ສ້າງ ໂຄງການຊ່ວຍເຫຼືອລ້າໂຮງໝໍມະໂຫສົດ ໂດຍມີ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຫວາງ ສີຮຸຍ ທີ່ປຶກສາດ້ານເສດຖະກິດ - ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ແຄນທອງ ສີສຸວົງ ຮອງປະທານ ຄະນະກໍາມະການຮ່ວມມື ລາວ - ຈີນ ພ້ອມດ້ວຍການນໍາພັກ-ລັດ ແລະພະນັກງານທີ່ກ່ຽວຂ້ອງຂອງສອງປະເທດ ລາວ-ຈີນ ເຂົ້າຮ່ວມ.

ໂຄງການກໍ່ສ້າງໂຮງໝໍມະໂຫສົດເປັນໂຄງການໃຫຍ່, ມູນຄ່າການລົງທຶນຫຼາຍ ແລະມາດຕະຖານໃນການກໍ່ສ້າງກໍ່ສູງກວ່າໝູ່ ໃນບັນດາໂຄງການຊ່ວຍເຫຼືອສ້າງໂຮງໝໍຂອງ ສປ ຈີນ ໃຫ້ແກ່ບັນດາປະເທດຕ່າງໆທີ່ຜ່ານມາ, ເປັນໂຄງການທີ່ການນໍາຂັ້ນສູງສຸດຂອງສອງປະເທດໄດ້ຮ່ວມກັນເປັນປະທານໃນພິທີວາງສີລາລຶກ ໃນວັນທີ່ 14 ພະຈິກ 2017, ເປັນການຢັ້ງຢືນໃຫ້ເຫັນເຖິງມິດຕະພາບລະຫວ່າງ ລາວ-ຈີນ ທີ່ມີມາແຕ່ດົນນານ ແລະເປັນໂຄງການການເສີມສ້າງສຸຂະພາບທີ່ດີໃຫ້ແກ່ປະຊາຊົນລາວ.

ຄຳ​ເຫັນ

0