黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊ​ຍ​ແລະ​ສິງ​ກະ​ໂປ​ຈະ​ເຈ​ລະ​ຈາ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ກັນ​ດ້າ​ນ່ານ​ຟ້າ​ແລະ​ນ່ານນ້ຳທະ​ເລ

2018-12-14 16:59:04 cri

ພາຍ​ຫຼັງ​​ເຈ​ລະ​ຈາກັນ​ທີ່​ດຳ​ເນີນ​ເປັນ​ເວ​ລາ​ຫຼາຍ​ມື້​ລະ​ຫວ່າງ​ມາ​ເລ​ເຊຍ​ແລະ​ສິງ​ກະ​ໂປ​ກ່ຽວ​ກັບ​ຄວາ​ມຂັດ​ແຍ້ງ​ກັນ​ດ້ານ​ນ່ານ​ຟ້າ​ແລະ​ນ່ານ​ນ້ຳ​ທະ​ເລ​, ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ກ່າວ​ໃນ​ວັນ​ທີ 13 ທັນ​ວາ​ນີ້​ວ່າ, ສອງ​ຝ່າຍ​ຈະ​ຈັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ທີ່​ກ່ຽວ​ຂ້ອງ​ໃນ​ເດືອນ​ມັງ​ກອນ​ປີ​ໜ້າ.

ມື້​ດຽວ​ກັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ​​ອອກ​ຖະ​ແຫຼງ​ການ​ວ່າ, ຫວັງ​ວ່າ​ຈະ​ສາ​ມາດແກ້​ໄຂ​ຄວາມ​ຂັດ​ແຍ້ງ​ນ່ານນ້ຳ​ທະ​ເລ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ, ເພື່ອ​ບັນ​ລຸ​ແຜນ​ການ​ທີ່​ສອງ​ຝ່າຍ​ຮັບ​ເອົາ​ໄດ້. ຖະ​ແຫຼງ​ການ​ກ່າວ​ວ່າ, ຖ້າວ​ວ່າ​ການ​ປຶກ​ສາ​ຫາ​ລື​ບໍ່​ສາ​ມາດ​ໄດ້​ຮັບ​ຜົນ​ສຳ​ເລັດ, ສິງ​ກະ​ໂປ​​ຈະ​ດຳ​ເນີນ​ງານ​ຕາມ​ເງື່ອນ​ໄຂ​ທີ່​ສອງ​ຝ່າຍ​ໄດ້​ຕົກ​ລົງ​ກັນ​ໄວ້​ໂດຍຜ່ານ​ການ​ໄກ່​ເກ່ຍ​ສາ​ກົນຂອງ​ຝ່າຍ​ທີ່​ສາມ​ທີ່​ເໝາະ​ສົມ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້ງດັ່ງ​ກ່າວ.

ຄຳ​ເຫັນ

0