ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 13 ທັນວານີ້, ກອງປະຊຸມຍ້ອງຍໍຊົມເຊີຍການບໍລິຈາກເລືອດໂດຍບໍ່ຕ້ອງການຄ່າຕອບແທນໃດໆປະຈຳປີ 2016-2017 ແລະການປະຕິບັດ “ກົດໝາຍການບໍລິຈາກເລືອດຈີນ” ຄົບຮອບ 20 ປີໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານໂຈ່ວຊາງຊຽງ ຮອງຫົວໜ້າອົງການຄຸ້ມຄອງການແພດຂອງຄະນະກຳມະການສາທາລະນະສຸກ ແລະສຸຂະພາບແຫ່ງຊາດຈີນກ່າວວ່າ: ໃນປີ 2017, ທົ່ວປະເທດຈີນມີຜູ້ບໍລິຈາກເລືອດໂດຍບໍ່ຕ້ອງການຄ່າຕອບແທນໃດໆ 14,59 ລ້ານເທື່ອຄົນ, ເພີ່ມຂຶ້ນ 44,6 ເທົ່າທຽບໃສ່ປີ 1998.
ມາຮອດປັດຈຸບັນນີ້, ທົ່ວປະເທດໄດ້ສ້າງສູນເລືອດ 32 ແຫ່ງ, ສະຖານີເລືອດ 321 ແຫ່ງ, ທະນາຄານເລືອດ 99 ແຫ່ງ ແລະຈຸດເກັບເລືອດ 1390 ແຫ່ງ, ຈີນໄດ້ສ້າງລະບົບບໍລິການເລືອດທີ່ປົກຄຸມທັງຕົວເມືອງ ແລະຊົນນະບົດ ແລະໄດ້ດຳເນີນງານຢ່າງມີປະສິດທິພາບສູງໂດຍຖືສູນເລືອດ ແລະສະຖານີເລືອດເປັນຕົ້ນຕໍ ແລະຖືທະນາຄານເລືອດຢູ່ເມືອງຫ່າງໄກສອກຫຼີກເປັນສຳຮອງ.
ຄຳເຫັນ
0