赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ອັນ​ໃໝ່​ຫຼັງ​ຈາກ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ມາ​ເປັນ​ເວ​ລາ 90 ປີ

2018-12-14 15:37:59 CRI

图片默认标题_fororder_111

ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ​ຂອງ ສ​ປ ຈີນ​ແມ່ນ​ສ້າງ​ຕັ້ງ​ຂຶ້ນ​ເມຶ່ອ​ປີ 1928, ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ປະ​ຫວັດ​ຍາວ​ນານກວ່າ​ໝູ່ ແລະ​ມີ​ຂະ​ໜາດ​ໃຫຍ່ກວ່າ​ໝູ່​ຂອງ​ເຂດກວາງ​ຊີ​ຂອງ​ຈີນ​ໃນ​ປະ​ຈຸ​ບັນ. ຕະ​ຫຼອດ​ໄລ​ຍະ 90 ມານີ້ ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ​ໄດ້​ອົບ​ຮົມ​ສ້າງ​ຜູ້ມ​ຄວາມ​ຮູ້​ຄວາມ​ສາ​ມາດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ໃຫ້​ແກ່​ສັງ​ຄົມ. ສູ່ມື້ນີ້ ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ​ໄດ້​ມີ​ພື້ນ​ຖານ​ອັນ​ໜ້າ​ແໜ້ນ ແລະ​ມີ​ຈຸດ​ພິ​ເສດ​ຂອງ​ຕົນ​ເອງ​ໃນ​ການ​ສ້າງ​ໂຮງ​ຮຽນ, ແລະ​ກາຍ​ເປັນ​ໂຮງ​ຮຽ​ນ​ລະ​ດັບ​ສູງ​ທີ່​ມີ​ກະ​ຊວງ​ສຶກ​ສາ​ທິ​ການ​ຈີນແລະ​ອົງ​ການ​ປົກ​ຄອງ​ເຂດກວາງ​ຊີ​ເຜົ່າ​ຈ້ວງ​ປົກ​ຄອງ​ຕົນ​ອງ​ຮ່ວມ​ມື​ກັນ​ສ້າງ.

ຕະ​ຫຼອດ​ໄລ​ຍະ 90 ປີ​ມານີ້ ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ​ໄດ້​ຖື​ການ​ບົ່ມ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ເປັນ​ໜ້າ​ທີ່​ຫຼັກ, ເຊິ່ງ​ໄດ້​ອຳ​ນວຍ​ຊັບ​ພະ​ຍາ​ກອນ​ມະ​ນຸດ 5 ແສນກວ່າ​ຄົນ​ໃຫ້​ແກ່​ສັງ​ຄົມ​ຈີນ, ນັກ​ສຶກ​ສາ​ທີ່​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ກາຍ​ເປັນ​ວິ​ຊາ​ການ, ນັກ​ທຸ​ລະ​ກິດ ແລະ​ຜູ້​ມີ​ຊື່​ສຽງ​ໃນ​ວົງ​ການ​ຕ່າງໆ.

ເມື່ອ​ຮອດ​ໄລ​ຍະ​ສ້າງ​ຕັ້ງ​ຂຶ້​ນ​ຄົບ​ຮອບ 100 ປີ, ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ​ຈະ​ສ້າງ​ຕົນ​ເອງ​ໃຫ້​ເປັນມະ​ຫາ​ວິ​ທະ​ຍາ​ໄລ​ອັນ​ດັບ​ໜຶ່ງ​ໃນ​ດ້ານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂອງ​ຈີນ​ທີ່​ມີ​ຈຸດ​ພິ​ເສດ​ຂອງ​ຕົນ​ເອງ.

ຄຳ​ເຫັນ

0