覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນຫຼວງ​ປັກ​ກິ່ງ​ຈະ​ຮຽບ​ຮຽງ​ປຶ້ມ “ເຫດ​ການ​ໃຫຍ່40ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ”​ໃຫ້​ສຳ​ເລັດ​ໃນ​ໄວໆ​ນີ້

2018-12-14 15:15:45 cri

ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ອົງ​ການ​ປົກ​ຄອງ​ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 13 ທັນ​ວາ​ນີ້​ໂດຍ​ເປີດ​​ເຜີຍ​ວ່າ: ນະ​ຄ​ອນຫຼວງ​ປັກ​ກິ່ງ​ຈະ​ຮຽ​ບ​ຮຽງ​ປຶ້ມ “ເຫດ​ການ​ໃຫຍ່40ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກນະ​ຄອນຫຼວງ​ປັກ​ກິ່ງ”​​ໃຫ້​ສຳ​ເລັດ​ໃນ​ໄວໆ​ນີ້. ປຶ້ມ​ດັ່ງ​ກ່າວ​ໄດ້​ບັນ​ທຶກ​ເຫດ​ການ​ສຳ​ຄັນ ​ໃນ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ໃນ​ໄລ​ຍະ 40 ປີ​ຂອງ​ປັກ​ກິ່ງ, ທົບ​ທວນ​ຄືນ​ເຫດ​ການ​ສຳ​ຄັນ​ທີ່​ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງ​ນັບ​ແຕ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ 40 ປີ ໂດຍ​ສະ​ເພາະ​ນັບ​ແຕ່ກ​ອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອ​ງ​ພັກ​ກອມ​ມູ​ນິດ​ຈີນ​ມາ​ນີ້ ເຊິ່ງ​ເປັນ​ຜົນ​ງານ​ສຳ​ຄັນ​ອີກ​ອັນ​ໜຶ່ງ​ໃນ​ການ​ຮຽບ​ຮຽງ​ປຶ້ມ​ບັນ​ທຶກ​ເຫດ​ການ​ປັກ​ກິ່ງ.
 

ຂ່າວ​ແຈ້ງວ່າ: ປັດ​ຈຸ​ບັນ, ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ສຳ​ເລັດ​ໜ້າ​ທີ່ວຽກ​ງານ​ຮຽບ​ຮຽງ​ປຶ້ມ​ຮອບ​ທຳ​ອິດ​ທີ່​ປະ​ກອບ​ດ້ວຍ​ປຶ້ມ​​ບັນ​ທຶກ​ເຫດ​ການ​ປັກ​ກິ່ງ 154 ພາກ, ປຶ້ມ​ບັນ​ທຶກ​ເຫດ​ການເມືອງຕ່າງໆ​ຂອງ​ປັກ​ກິ່ງ 18 ພາກ, ໄດ້​ພິມ​ຈຳ​ໜ່າຍ​ແລ້ວ 29 ຫົວ​ເຊັ່ນ ປຶ້ມ​ບັນ​ທຶກ​ເຫດ​ການ​ປະ​ຈຳ​ປີ​ປັກ​ກິ່ງ, ປຶ້ມ​ທາງ​ຮ່ອມ​ຫູ​ຖົງ​ປັກ​ກິ່ງ, ປຶ້ມ​ບັນ​ທຶກ​ເດີ່ນ​ບ້ານ​ທີ່​ມີ​ເຮືອນ​ຢູ່​ 4 ດ້ານ​ປັກ​ກິ່ງ​ແລະ​ອື່ນໆ. ​ຕາມ​ແຜນ​ການ​ຮຽບ​ຮຽງ​ປຶ້ມ​ຮອບ​ທີ​ສອງ, ຈະ​ຮຽບ​ຮຽງ​ປຶ້ມ​ບັນ​ທຶກ​ເຫດ​ການປັກ​ກິ່ງ 70 ພາກ, ​ປຶ້ມ​ບັນ​ທຶກ​ເຫດ​ການເມືອງ​ຕ່າງໆ​ຂອງ​ປັກ​ກິ່ງ 18 ພາກ, ຄາດ​ວ່າ​ຈະ​ພິມ​ຈຳ​ໜ່າຍ​ໃນ​ປີ 2020.

ຄຳ​ເຫັນ

0