蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ຮູບ​ພາບ​ສາ​ກົນ​ສິບ​ສອງ​ພັນ​ນາ “ແມ່​ນ້ຳ​ສາຍດຽວ​ກັນ” ຄັ້ງ​ທີ 7 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ຮຸ່ງ

2018-12-14 15:04:40 CRI

ງານ​ວາງ​ສະ​ແດງ​ຮູບ​ພາບ​ສາ​ກົນ​ສິບ​ສອງ​ພັນ​ນາ “ແມ່​ນ້ຳ​ສາຍ​ດຽວ​ກັນ” ຄັ້ງ​ທີ 7 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ຮຸ່ງກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນ​ນານ​ຈີນ​ໃນ​ວັນ​ທີ 12 ທັນ​ວາ​ນີ້ ໂດຍ​ໄດ້​ວາງ​ສະ​ແດງ​ຮູບ​ພາບ 200 ກວ່າ​ແຜ່ນ​ຂອງ​ຊ່າງ​ຖ່າຍ​ຮູບ 100 ກວ່າ​ທ່ານ​ຈາກ 6 ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ, ມາ​ເລ​ເຊຍ ແລະ ສ.ເກົາຫຼີ.

ນັບ​ແຕ່​ຈັດ​ງານ​ວາງ​ສະ​ແດງຄັ້ງ​ທຳ​ອິດໃນ​ປີ 2011 ເປັນ​ຕົ້ນ​ມາ, ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ກໍ​ໄດ້​ກາຍ​ເປັນ​ໜຶ່​ງ​ໃນ​ພາກ​ສ່ວນ​ສຳ​ຄັນ​ຂອງ “​ບຸນ​ມະ​ໂຫລານ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”. ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ, ງານວ​າງ​ສະ​ແດງ​ໄດ້​​ຜັດ​ປ່ຽນ​​ໝູນ​ວຽນ​ປະ​ເທດໃດ​ໜຶ່ງ​ໃນ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງເປັນ​ປະ​ເທດ​ວາງ​ສະ​ແດງຕົ້ນ​ຕໍ ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ໃນ​ລຸ່ມ​ແມ່​ນ້ຳ​ດັ່ງ​ກ່າວ ແລະ ປີ​ນີ້​ໄດ້​ເລືອກ​ເອົາ​ໄທ​ມາ​ເປັນ​ປະ​ເທດ​ວາງ​ສະ​ແດງ​ຕົ້ນ​ຕໍ.

ຂ່າວ​ແຈ້ງວ່າ, ງານ​ວາງ​ສະ​ແດງ​ຈະ​ຈັດ​ໄປ​ຮອດ​ວັນ​ທີ 30 ທັນ​ວາ​ນີ້.

ຄຳ​ເຫັນ

0