ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ສັບປະດາແລກປ່ຽນລະຄອນດັ້ງເດີມຈີນ-ຫວຽດນາມໄດ້ຈັດຂຶ້ນຢູ່ນະຄອນຫຼວງຮາໂນ້ຍປະເທດຫວຽວນາມແຕ່ວັນທີ 10 ຫາວັນທີ 14 ທັນວານີ້. ໂດຍການເປັນເຈົ້າພາບຮ່ວມຈາກສະຖານທູດຈີນປະຈຳຫວຽດນາມແລະສະມາຄົມນັກລະຄອນຫວຽດນາມ, ແລະຈັດຂຶ້ນໂດຍສູນວັດທະນະທຳຈີນຢູ່ຮາໂນ້ຍ.
ທ່ານເຜີງຊື້ຖວນ ທີຶ່ປຶກສາທູດດ້ານວັດທະນະທຳຂອງສະຖານທູດຈີນປະຈຳຫວຽດນາມກ່າວວ່າ, ລະຄອນດັ້ງເດີມຂອງຈີນແລະຫວຽດນາມມີກົກເຄົ້າແລະເບື້ອງຫຼັງວັດທະນະທຳຮ່ວມກັນ, ທັງໄດ້ຜະເຊີນກັບສິ່ງທ້າທາຍທີ່ເຮັດແນວໃດເພື່ອສືບທອດແລະພັດທະນາພາຍໃຕ້ສະພາບແວດລ້ອມຍຸກປັດຈຸບັນ. ຂະນະທີ່ສັບປະດາແລກປ່ຽນຄັ້ງນີ້ເຮັດໃຫ້ສິລະປິນທັງສອງປະເທດມີໂອກາດເຕົ້າໂຮມກັນຢູ່ນະຄອນຫຼວງຮາໂນ້ຍ, ເພື່ອສະແດງແລະປຶກສາຫາລືຮ່ວມກັນ, ເຊິ່ງມີຜົນດີຕໍ່ຈີນແລະຫວຽດນາມຮ່ວມມືກັນເພື່ອປະກອບສ່ວນເຂົ້າໃນການສືບທອດແລະພັດທະນາລະຄອນທີ່ມີມູນເຊື້ອ.
ທ່ານເລທິງໂທ ປະທານສະມາຄົມນັກລະຄອນຫວຽດນາມກ່າວວ່າ, ຫວັງວ່າສາມາດສ້າງກົນໄກແລກປ່ຽນວັດທະນະທຳລະຄອນທີ່ມີມູນເຊື້ອລະຫວ່າງຫວຽດນາມແລະຈີນໃນຕໍ່ໜ້າ, ເພື່ອເຮັດໃຫ້ສິລະປິນທັງສອງປະເທດມີໂອກາດຮ່ຳຮຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນຫຼາຍກວ່າເກົ່າ, ແລະດຶງດູດຊາວໜຸ່ມຂອງສອງປະເທດສົນໃຈນຳລະຄອນໃຫ້ຫຼາຍຂຶ້ນກວ່າເກົ່າ.
ຄຳເຫັນ
0