黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ກ່າວ​ວ່າ​ປະ​ມຸກ​ລັດ​ຣັດ​ເຊຍ​ແລະ​ອາ​ເມ​ຣິ​ກາ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ພົບ​ປະ​ກັນ

2018-12-15 17:07:53 cri

ທ່ານ​ດິ​ມິ​ທ​ຣີ ເປັ​ສ​​ຄົ​ຟ ເລ​ຂາ​ຖະ​ແຫຼງ​ຂ່າວ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 14 ທັນ​ວາ​ນີ້​ວ່າ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ແລະ​ອາ​ເມ​ຣິ​ກາ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ພົບ​ປະ​ກັນ, ຣັດ​ເຊຍ​ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຈັດ​ການ​​ພົບ​ປະ​ລະ​ຫວ່າງ​ການ​ນຳ​ສູງ​ສຸດ​ຂອງ​ສອງ​ປະ​ເທດ, ແລະ​​ຈັດ​ການ​ພົບ​ປະ​ລະ​ດັບ​ອື່ນໆ, ເພື່ອ​ແກ້​ໄຂ​ບັນ​ຫາ​ຮີບດ່ວນ​ທີ່​ກ່ຽວ​ພັນ​ເຖິງ​ສອງ​ປະ​ເທດ​ແລະ​ບັນ​ຫາ​ຄວາມ​ປອດ​ໄພ​ທາງ​ຍຸດ​ທະ​ສາດ​ຂອງ​ໂລກ.

ທ່ານ​ຢຸຍ ອຸ​ຊ​ງາ​ຄົ​ຟ ຜູ້​ຊ່ວຍ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 4 ທັນ​ວາ​ນີ້​ວ່າ, ມົ​ສ​ກູ​ໄດ້​ກຽມ​ພ້ອມ​ແລ້ວ​​​​ທີ່​ຈະ​ພົບ​ປະກັບວໍ​ຊິງ​ຕັນ, ແຕ່​ບໍ່​ຮຽກ​ຮ້ອງ​ຈັດ​ການ​​ພົບ​ປະລະ​ດັບ​ປະ​ມຸກ​ລັດ​ທີ່​ທ່ານ​ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ແລະ​ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ເຂົ້າ​ຮ່ວມ.

​ກ່ອນ​ໜ້າ​ນີ້ປະ​ມຸກ​ລັດ​ສອງ​ປະ​ເທດ​ຣັດ​ເຊຍ​ແລະ​ອາ​ເມ​ຣິ​ກາ​ໄດ້​ຕົກ​ລົງ​ຈະ​ພົບ​ປະ​ກັນ​ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 20 ປະ​ເທດ​ຫຼື G20 ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ອາກ​ຊັງ​ຕິນ, ແຕ່​ພາຍ​ຫຼັງ​ມາ​ຣັດ​ເຊຍ​ໄດ້​ກັກ​ເຮືອ​ແລະ​ລູກ​ເຮືອ​ຂອງ​ອູ​ແກ​ຣນ​ໃນ​ເຫດ​ການ​ຊ່ອງ​ແຄບ​ເຄີ​ສໃນ​ທ້າຍ​ເດືອນ​ພະ​ຈິກ, ທ່ານ​ທ​ຣຳ​ຈຶ່ງ​ໄດ້​ຍົກ​ເລີກ​ການ​ພົບ​ປະ​ກັບ​ທ່ານ​ປູ​ຕິນ.

ຄຳ​ເຫັນ

0