黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ຍີ່ປຸ່ນ​ຈະ​ປຶກສາ​ຫາລື​ວຽກ​ງານ​ທາງ​ທະ​ເລ​ຮອບ​ທີ 10

2018-12-15 17:06:40 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ທັນ​ວາ​ນີ້, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື, ຈີນ​ແລະ​ຍີ່​ປຸ່ນ​ຕົກ​ລົງ​ຈະ​ຈັດ​ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ຮອບ​ທີ 10 ຢູ່​ເມືອງ​ອູ່​ເຈິ້ນ​ແຂວງ​ເຈີ້​ຈ່ຽງຂອງ​ຈີນ​ແຕ່​ວັນ​ທີ 17 ຫາ​ວັນ​ທີ 18 ທັນ​ວາ​ນີ້, ໂດຍ​ມີ​ເຈົ້າ​ໜ້າ​ທີ່​ການ​ຕ່າງ​ປະ​ເທດ, ການປ້ອງ​ກັນ​ປະ​ເທດ, ການ​ປະຕິບັດ​ກົດໝາຍ​ທາງ​ທະ​ເລ​ແລະ​ພາກສ່ວນ​​​ຄຸ້ມ​ຄອງທາງ​ທະ​ເລ​ຂອງ​ສອງ​ປະ​ເທດ​ເຂົ້າ​ຮ່ວມ.

ທ່ານ​ລູ້​ຄ່າງ ກ່າວ​ວ່າ, ການ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວກັບ​ວຽກ​ງານ​ທາງ​ທະ​ເລ​ລະຫວ່າງ​ຈີນ-​ຍີ່ປຸ່ນ​ແມ່ນ​ກົນ​ໄກ​​ແລກ​ປ່ຽນ​ແລະປະ​ສານ​ງານ​ສັງ​ລວມກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ລະຫວ່າງ​ສອງ​ປະ​ເທດ, ຫວັງ​ວ່າ​ສອງ​ຝ່າຍ​ຈີນ​ແລະ​ຍີ່​ປຸ່ນ​ສາ​ມາດ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທາງ​ທະ​ເລ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນຢ່າງ​ເຕັມ​ສ່ວນໃນ​ການ​ປຶກ​ສາ​ຫາ​ລື​ຮອບ​ນີ້, ແລະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ຫຼາຍ​ຂຶ້ນ.

ຄຳ​ເຫັນ

0