ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 14 ທັນວານີ້ ໂຄງການສິ່ງແວດລ້ອມຂອງອົງການສະຫະປະຊາຊາດຫຼືUNEPປະກາດວ່າ, ກອງປະຊຸມສິ່ງແວດລ້ອມອົງການສະຫະປະຊາຊາດຄັ້ງທີ 4 ຈະໄຂຂຶ້ນຢູ່ນະຄອນຫຼວງເນໂລປີປະເທດເກນຢາ ເຊິ່ງເປັນທີ່ຕັ້ງສຳນັກງານໃຫຍ່ຂອງUNEPໃນວັນທີ 11-15ເດືອນມີນາປີໜ້າ.
ກອງປະຊຸມດັ່ງກ່າວເປັນກົນໄກຕັດສິນນະໂຍບາຍກ່ຽວກັບສິ່ງແວດລ້ອມລະດັບສູງສຸດຂອງໂລກ, ສອງປີໃດຈັດຂຶ້ນເທື່ອໜຶ່ງ, ເພື່ອກຳນົດວຽກງານບູລິມະສິດໃນການວາງນະໂນບາຍສິ່ງແວດລ້ອມທົ່ວໂລກ.
ກອງປະຊຸມສິ່ງແວດລ້ອມຄັ້ງນີ້ມີຫົວຂໍ້ວ່າ: ສະແຫວງຫາວິທີແກ້ໄຂໃໝ່, ຮັບມືກັບສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະບັນລຸການບໍລິໂພກແລະການຜະລິດແບບຍືນຍົງ. UNEPກ່າວວ່າ,ຢາກຈະຈັດກິດຈະກຳສົ່ງເສີມ“ການປະດິດສ້າງບໍ່ມີພົມແດນ,ດຳລົງຊີວິດຢ່າງສຸກສະໜານແລະມີລະບຽບການ”ໃນທົ່ວໂລກ, ເພື່ອໃຫ້ປວງຊົນຮັບຮູ້ເຖິງຕົ້ນທຶນສິ່ງແວດລ້ອມທີ່ເກີດຈາກການບໍລິໂພກແລະຮູບການການຜະລິດໃນປັດຈຸບັນ.
ຄຳເຫັນ
0