黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວນ​ເສີມ​ສ້າງ​ແລະ​ເສີມ​ຂະຫຍາຍ​ທ່າ​ແຮງ​ດ້ານ​ລະບອບ​ຂອງ​ຈີນຢ່າງ​ບໍ່​ຢຸດ​ຢັ້ງ

2018-12-18 13:19:40 CRI

ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງພັກ​ກອມ​ມູນິດ​ຈີນ ກ່າວ​ໃນ​ວັນ​ທີ 18 ທັນວາ​ນີ້​ວ່າ: ຈີນ​ຕ້ອງຍຶດໝັ້ນການປັບປຸງ​ແລະ​ພັດທະນາ​ລະບອບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດຂອງ​ຈີນ, ພັດທະນາ​ແລະ​ເສີມ​ສ້າງ​ທ່າ​ແຮງ​ດ້ານ​ລະບອບ​ຂອງ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ; ຕ້ອງປັບປຸງ​ແລະ​ພັດທະນາ​​ເສດຖະກິດ​ກຳມະສິດ​ສ່ວນ​ລວມຢ່າງ​ໝັ້ນໜຽວ​ບໍ່​ປ່ຽນ​ແປງ, ສົ່ງ​ເສີມ, ສະໜັບສະໜູນ ​ແລະ ຊີ້​ນຳ​ການ​ພັດທະນາພາກສ່ວນ​ເສດຖະກິດ​ທີ່ບໍ່​ແມ່ນ​ຂອງ​ລັດຢ່າງ​ເດັດດ່ຽວ, ຄວນ​ເດັດດ່ຽວ​ທຳລາຍ​ອຸປະ​ສັກ​ທຸກ​ຢ່າງ ລວມທັງ​ອຸປະສັກທາງ​ດ້ານ​ໂຄງ​ປະກອບ, ກົນ​ໄກ​ແລະ​ຮົ້ວກັ້ນຜົນ​ປະ​ໂຫຍ​ດ ທີ່​​ເປັນ​ສິ່ງກົດ​ໜ່ວງ​ຖ່ວງ​ດຶງການ​ພັດທະນາ, ສ້າງ​ໃຫ້​ເປັນ​ລະບົບ​ລະບຽບ​ການ​ທີ່​ມີ​ຄວາມ​ສົມບູນ​ຢ່າງເປັນ​ລະບົບ, ​ເປັນ​ແບບ​ສະບັບ​ທີ່​ຖືກຕ້ອງຕາມຫຼັກວິທະຍາສາດ ​ແລະ ສາມາດ​ປະຕິບັດ​​ໄດ້ຢ່າງມີ​ປະສິດທິ​ຜົນ ​ເພື່ອ​ຊຸກຍູ້​ລະບອບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃຫ້​​ສົມບູນ​ແບບ​ກວ່າ​ເກົ່າ.

ຄຳ​ເຫັນ

0