吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຈັດ​ກອງ​ປະ​ຊຸມ​ຊີ​ວິດ​​ປະ​ຊາ​ທິ​ປະ​ໄຕ

2018-12-27 14:58:14 CRI

图片默认标题_fororder_1123910047_15458397729581n

图片默认标题_fororder_1123910047_15458397730401n

     ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຈັດ​ກອງ​ປະ​ຊຸມ​ຊີ​ວິດ​ການ​ເປັນ​ຢູ່​ປະ​ຊາ​ທິ​ປະ​ໄຕ​ແຕ່​ວັນ​ທີ 25 ຫາ​ວັນ​ທີ 26 ທັນ​ວາ​ນີ້, ເພື່ອ​ເພີ່ມ​ທະ​ວີ​ຫົວ​ຄິດປະ​ດິດ​ສ້າງ​ດ້ານ​ທິດ​ສະ​ດີ, “4ສະ​ຕິ” ໝັ້ນ​ແກ່ນ, ຍຶດ​ໝັ້ນ “4ຄວາມ​ໝັ້ນ​ໃຈ”, ເດັດ​ດ່ຽວ​ປະ​ຕິ​ບັດ​ຕາມ  “2ຮັກ​ສາ”,​ມີ​ຄວາມ​ຫ້າວ​ຫັນ​ຕໍ່​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ.ເດັດ​ດ່ຽວ“ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສູນ​ກາງ​ພັກ​ບົນ​ຈິດ​ໃຈ​ທີ່​ຕິດ​ແທດ​ຕົວ​ຈິງ ”ເປັນ​ຫົວ​ຂໍ້, ດຳ​ເນີນ​ການ​ສຳ​ຫຼວດກວດ​ກາ​ຕົນ​ເອງ, ​ສຳ​ຫຼວດກກວດ​ກາ​ການ​ນຳ​ພາ​ຂອງ​ພັກ,ດຳ​ເນີນ​ການ​ຕຳ​ນິ​ຕິ​ຊົນ ແລະ ການ​ຕຳ​ນິ​ຕົນ​ເອງ​ກ່ຽວ​ກັບການ​ປະ​ຕິ​ບັດ​ວ​ຽກ​ງານ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ກ່ຽວ​ກັບ​ຄວາມ​ເປັນ​ແບບ​ຢ່າງ​ໃນ​ການ​ປະ​ຕິ​ບັດ “​ຂໍ້​ກຳ​ນົດ​ຕ່າງໆ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​​ການເພີ່ມ​ທະ​ວີ ແລະ ຮັກ​ສາ​ການ​​ລວມ​ສູນທີ່​ເປັນ​ເອ​ກະ​ພາບ​ຂອງ​ສູນ​ກາງ​ພັກ”ຢ່າງ​ເຂັ້ມ​ງວດ, ກ່ຽວ​ກັບ​ສະ​ພາບ​ຕົວ​ຈິງ​ໃນ​ການ​ເປັນ​ແບບ​ຢ່າງຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ສຳ​ຄັນ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​​ສີ​ຈິ້ນ​ຜີງ​ ແລະ ການ​​ວາງ​ແນວ​ທາງຂອງ​ສູນ​ກາງ​ພັກ, ກ່ຽວ​ກັບ​ສະ​ພາບ​​ຄວາມ​ເປັນ​ຈິງ​ໃນ​ການ​ເປັນ​ແບບ​ຢ່າງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ຂອງ “ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນວ່າ​ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ເນື້ອ​ໃນ​ຂອງ​ກົດ​ລະ​ບຽບ 8 ຂໍ້​ຂອງ​ສູນ​ກາງ​ພັກ” ຢ່າງ​ເຂັ້ມ​ງວດ.
     ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ ແລະ ກ່າວ​ຄຳ​ປາ​ໄສສຳ​ຄັນ.

ຄຳ​ເຫັນ

0