李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ຂະ​ບວນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃໝ່​ຂອງ​ຊົນ​ຊາດ​ຈີນ ​ຕ້ອງ​ມີໄຕ້​ຫວັນ​

2019-01-03 15:11:24 cri

    ວັນ​ທີ 2 ມັງ​ກອນ​ຜ່ານ​ມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ລະ​ນຶກ​ການ​ເຜີຍ​ແຜ່ “ສານ​ເຖິງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ” ຄົບ​ຮອບ 40 ປີ, ໂດຍ​ໄດ້​ຫວນ​ຄືນ​ຂະ​ບວນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງຫຼັງ​ຈາກ​ແຍກ​ກັນ​ມາ​ເປັນ​ເວ​ລາ 70 ປີ, ແລະ​ໄດ້​ສະ​ເໜີ​ຈຸດ​ຢືນ​ດ້ານ​ນະ​ໂຍ​ບາຍ 5 ຂໍ້​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝັ່ງ​ໂດຍ​ສັນ​ຕິ​ໃນ​ຍຸກ​ໃໝ່ ແລະ ຊຸກ​ຍູ້​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ສັນ​ຕິ, ແລະ​​ໄດ້ເນັ້ນ​​ໜັກວ່າ: ຈີນ​ຕ້ອງ​ໂຮມ​ເຂົ້າ​ກັນ​ເປັນ​ເອ​ກະ​ພາບ ແລະຈະ​ໂຮມ​ເປັນ​ເອ​ກະ​ພາບ​ກັນ​ຢ່າງ​ແນ່ນອນ, ໃນ​ຂະ​ບວນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນໃໝ່​ຂອງ​ຊົນ​ຊາດ​ຈີນ ຕ້ອງ​ມີ​ໄຕ້​ຫວັນ, ກາ​ນ​ທີ່​ຈີນ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບກັນນັ້ນ ຈະ​ນຳ​ເອົາ​ໂອ​ກາດ​ການ​ພັດ​ທະ​ນາ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ໃນ​ໂລກຫຼາຍກວ່າ​ເກົ່າ.

    ຄຳ​ປາ​ໄສ​ດັ່ງ​ກ່າວ​ຂອງ​ທ່ານ ສີ​ຈິ້ນ​ຜິງ ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ໃຈ​ແລະຄວາມ​ມີ​ເມດ​ຕາ​ກະ​ລຸ​ນາ​ໃຫຍ່ຫຼວງ​ທີ່​ສຸດ​ຂອງ​ຈີນ​ໃນ​ການ​ທ້ອນ​ໂຮມ​ປະ​ເທດ​ຈີນ​ເຂົ້າ​ເປັນ​ເອກ​ະ​ພາບ​ກັນ​ໂດຍ​ສັນ​ຕິ, ກໍ​ເປັນ​ການ​ກ່າວ​ເຕືອນ​ຢ່າງ​ເຄັ່ງ​ຂຶມ​ຕໍ່​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ແລະ​ອິດ​ທິ​ກຳ​ລັງ​ແຊກ​ແຊງ​​ສ່ວນ​ໜ້ອຍ​ທີ່​ສຸດຂອງຈາກ​ພາຍນອກ, ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ກຳ​ອຳ​ນາດ​ແລະ​ລັດ​ຖະ​ບານ​ຈີນ​ມີ​ຄວາມ​ເດັດ​ດ່ຽວ​ແລະ​ມີ​ຄວາມ​ຕັດ​ສິນ​ໃຈ​ສູງ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ, ເປັນ​ການ​ຊີ້​ທິດ​ທາງ​ແລະຫຼັກ​ການ​ພື້ນ​ຖານ​ໃຫ້​ແກ່​ການ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ປະ​ເທດ​ຊາດ​ໃນ​ຍຸກ​ໃໝ່.

    ໃນ​ເວ​ລາ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເຜີຍ​ແຜ່ “ສານ​ເຖິງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ” ກ່ອນນີ້ 40 ປີ, ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໄດ້​ຟື້ນ​ຟູ​ສິດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ທຸກ​ຢ່າງ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ປະ​ຊາ​ຄົມ​ໂລກ​ໄດ້​ຮັບ​ຮູ້​ໂດຍ​ທົ່ວ​ໄປ​ວ່າ ໄຕ້​ຫວັນ​ເປັນ​ດິນ​ແດນ​ທີ່​ບໍ່​ສາ​ມາດ​ຕັດ​​ແຍກ​ອອກຈາກຈີນໄດ້. ໃນ​ສະ​ພາບ​ການ​ຄາວນັ້ນ, “ສານ​ເຖິງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ” ​ໄດ້ເນັ້ນ​ເຖິງ​​ທິດ​ທາງ​ຕ່າງໆ ເຊັ່ນ: ຍຶດ​ໝັ້ນຫຼັກ​ການ​ປະ​ເທດ​ຈີນ​ດຽວ, ສິ້ນ​ສຸດ​ສະ​ພາບ​ການ​ເປັນ​ປໍ​ລະ​ປັກ​ກັນ​ດ້ານ​ການ​ທະ​ຫານ​ລະ​ຫວ່າງ​ສອງ​ຝັ່ງ, ດຳ​ເນີນ​ການ​ເຊື່ອມ​ຕໍ່​ກັນ​ດ້ານ​ໄປ​ສະ​ນີ, ການ​ຄ້າ ແລະ​ການ​ເດີນ​ທາງ​ທາງ​ອາ​ກາດ​ລະ​ຫວ່າງ​ສອງ​ຝັ່ງ, ເປີດກວ້າງການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ຝັ່ງ ແລະ​ອື່ນໆ, ໂດຍ​ໄດ້​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝັ່ງ​ໃຫ້​ເຂົ້າ​ສູ່​ໄລ​ຍະ​​ແຫ່ງການ​ພັດ​ທະ​ນາ​ເພື່ອ​ທ້ອນ​ໂຮມ​ເຂົ້າ​ກັນເປັນ​ເອ​ກະ​ພາບ​​ໂດຍ​ສັນ​ຕິ.

    ໃນ​ເວ​ລາ​ກ່າວ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຫວນ​ຄືນ​ຄວາມ​ຄືບ​ໜ້າ​ດ້ານ​ຕ່າງໆ​ໃນຕະຫຼອດ​ໄລ​ຍະ 70 ປີ​ມາ​ນີ້ ເຊັ່ນ: “ການ​ເຊື່ອມ​ຕໍ່​ດ້ານ​ການ​ເດີນ​ທາງ​ທາງ​ອາ​ກາດ, ດ້ານ​ໄປ​ສະ​ນີ ແລະ ດ້ານ​ທຸ​ລະ​ກິດ​ກາ​ນ​ຄ້າ”, ການ​ປຶກ​ສາ​ຫາ​ລື​ບົນ​ພື້ນ​ຖານ “ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​​ໃນປີ 1992”, ຈຸດ​ຢືນ​ແລະນະ​ໂຍ​ບາຍ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ​ໂດຍ​ສັນ​ຕິ, ຄວາມ​ເຂົ້າ​ໃຈ​ແລະ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຄົມ​ໂລກ, ການ​ຕໍ່​ສູ້​ຕ້ານ​ອິດ​ທິ​ກຳ​ລັງ “ແບ່ງ​ແຍກ​ໄຕ້​ຫວັນ” ແລະ​ອື່ນໆ ໂດຍ​ໄດ້​ສະຫຼຸບ “ປ່ຽນ​ແປງສອງ​ດ້ານ​ບໍ່​ໄດ້” ນັ້ນ​ກໍ​ຄື: “​ຄວາມ​ຈິງ​ທາງ​ປະ​ຫວັດ​ສາດ​ແລະ​ດ້ານ​ກົດ​ໝາຍ​ທີ່ໄຕ້​ຫວັນ​ເປັນສ່ວນ​ໜຶ່ງ​ຂອງ​ຈີນ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ວ່າ​ຜູ້​ໃດ ຫຼືອິດ​ທິ​ກຳ​ລັງ​ໃດ​ກໍ​ຕາມ​ກໍ​ບໍ່​ສາ​ມາດ​ປ່ຽນ​ແປງ​​ໄດ້! ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ລ້ວນ​ແຕ່​ເປັນ​​ຄົນ​ຈີນ, ຄວາມ​ຮັກ​ແພ​ງ​ກັນ​ທີ່​ເປັນ​ໄປ​ຕາມ​ທຳ​ມະ​ຊາດ​ໃນ​ຖາ​ນະ​ເປັນ​ພີ່​ນ້ອງ​ຮ່ວມ​ອຸ​ທອນ​ດຽວ​ກັນ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ວ່າ​ຜູ້​ໃດ​ ຫຼືອິດ​ທິ​ກຳ​ລັງ​ໃດກໍ​ຕາມ​ກໍ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້ເຊັ່ນ​ກັນ!”, ພ້ອມ​ທັງ​ສະຫຼຸບ “ບໍ່​ສາ​ມາດ​ຂັດ​ຂວາງ 2 ຂໍ້” ຄື: ​​ ສະ​ຖາ​ນະ​ການ​ຊ່ອງ​ແຄບ​ໄຕ້​ຫວັນ​ກ້າວ​ໄປ​ສູ່​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ ແລະ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ກ້າວ​ເດີນ​ໄປ​ໜ້າ ເປັນກະ​ແສ​​ຂອງ​ຍຸກ​ສະ​ໄໝ​​ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ວ່າ​ຜູ້​ໃດ ຫຼື ອິດ​ທິ​ກຳ​ລັງ​ໃດ​ກໍ​ຕາມ​ກໍ​ບໍ່​ສາ​ມາດ​ຂັດ​ຂວາງ​ໄດ້! ປະ​ເທດ​ຊາດ​ມີ​ຄວາມ​ເຂັ້ມ​ແຂງ, ຊົນ​ຊາດ​ຈີນ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ສອງ​ຝັ່ງ​ຊ່ອງ​ແຄບ​ໂຮມ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ ກໍ​ເປັນ​ທ່ວງ​ທ່າ​ປະ​ຫວັດ​ສາດ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ວ່າ​ຜູ້​ໃດ ຫຼື ອິດ​ທິ​ກຳ​ລັງ​ໃດ​ກໍ​ຕາມ​ກໍ​ບໍ່​ສາ​ມາດ​ຂັດ​ຂວາງ​ໄດ້!” ນີ້​ແມ່ນ​ການ​ສະຫຼຸບ​ບົດ​ຮຽນ​ປະ​ຫວັດ​ສາດ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໃນ​ຮອບ 70 ປີ ແລະ ກໍ​ເປັນ​ຈຸດ​ຢືນ​ຂອງ​ຈີນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ​ ແລະ ຟື້ນ​ຟູ​ຄວາ​ມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​​ຊົນຊາດ​ຈີນໃນ​ອະ​ນາ​ຄົດ.

    40 ປີ​ກ່ອນ, ເສດ​ຖະ​ກິດ​ໄຕ້​ຫວັນ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ພັດ​ທະ​ນາ​ໄວ​ກວ່າ​ເສດ​ຖະ​ກິດ​ແຜ່ນ​ດິນ​ໃຫຍ່​ຈີນ​ຫຼາຍ; 40 ປີ​ຜ່ານ​ໄປ​ແລ້ວ, ແຜ່ນ​ດິນ​ໃຫຍ່​ຈີ​ນ​ໄດ້​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ, ກາຍ​ເປັນ​ຄູ່​ການ​ຄ້າ​ແລະຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ​ໜຶ່ງຂອງ​ໄຕ້​ຫວັນ, ​ທັງເປັນ​ຈຸດ​ໝາຍ​ປາຍ​ທາງ​ການ​ລົງ​ທຶນ​ຕົ້ນ​ຕໍ​ຂອງ​ໄຕ້​ຫວັນ, ສອງ​ຝັ່ງ​ຊ່ອງ​ແຄບ​ໄປ​ມາ​ຫ​າ​ສູ່​ກັນ​ນັບ​ມື້​ນັບ​ສະ​ດວກ​ສະ​ບາຍກວ່າ​ເກົ່າ, ການ​ພັດ​ທະ​ນາ​ຂອງ​ສອງ​ຝັ່ງ​ກໍ​ນັບ​ມື້​ນັບ​​ເຊື່ອມ​ໂຍງ​ເຂົ້າ​ກັນ ແລະ ປະ​ຊາ​ຊົນ​ສອງ​ຝັ່ງ​ກໍ​ມີ​ຜົນ​ຕອບ​ສະ​ໜອງຫຼາຍກວ່າ​ເກົ່າ. ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພະ​ຈິກ​ປີ 2018, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ໄດ້​ບັນ​ລຸຫຼາຍກວ່າ 200 ຕື້​ໂດ​ລາ​ສະ​ຫະ​ລັດ​ເປັນ​ຄັ້ງ​ທຳ​ອິດ ແລະ ເພີ່ມ​ຂຶ້ນ 16%; ປະ​ຊາ​ຊົນ​ໄຕ້​ຫວັນ​ເຂົ້າ​ມາ​ແຜ່ນ​ດິນ​ໃຫຍ່​ຈີນຫຼາຍກວ່າ 5,629 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 4%. ຂະ​ນະ​ດຽວ​ກັນ, ມີຫຼາຍ “ປະ​ເທດ​ທີ່​ເຄີຍ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ” ກັບ​ໄຕ້​ຫວັນ ໄດ້​ຕັດ “ສາຍ​ພົວ​ພັນ​ທາງ​ການ​ທູດ” ກັບ​ໄຕ້​ຫວັນ ແລ້ວ​ມາສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫຼື​ຟື້ນ​ຟູ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນແທນ, ຫຼັກ​ການ “ຈີນ​ດຽວ” ໄດ້​ເປັນ​ຄວາມ​ຮັບ​ຮູ້​​ເຂົ້າ​ໃຈໃນ​ປະ​ຊາ​ຄົມ​ໂລກ​ນັບ​ມື້​ນັບ​ກວ້າງ​ຂວາງ.

    ເມື່ອ​ທຽບ​ໃສ່ 40 ປີ​ກ່ອນ, ເງື່ອນ​ໄຂ​ພາຍ​ໃນ​ແລະ​ນອກ​ປະ​ເທດ​ຈີນ​ທີ່​ຊຸກ​ຍູ້​ໃຫ້​ສອງ​ຝັ່ງ​ຊ່ອ​ງ​ແຄບ​ໂຮມ​ເຂົ້າ​ກັນ​ເປັນ​ເອ​ກະ​ພາບ​ນັ້ນ​ໄດ້​ສຸກ​ງ່ອມກວ່າ​ເວ​ລາ​ໃດ​ໝົດ ແລະ ຕ້ອງ​ການ​ຜູ້​ມີ​ຄວາມ​ສະຫຼາດ​ສ່ອງ​ໃສ​ທາງ​ການ​ເມືອງ​ຄົນໃໝ່​ມາ​ນຳ​ພາ​ແລະ​ຊຸກ​ຍູ້​ຂະ​ບວນ​ການ​ດັ່ງ​ກ່າວ.

    ບົດ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປິ່ນ​ອ້ອມ​ທ່າ​ອ່ຽງ​ລວມ​ແຫ່ງ​ປະ​ຫວັດ​ສາດ,ຜົນ​ປະ​ໂຫຍດຂອງ​ຊາດ​ແລະ​ຄວາມມຸ້ງ​ມາດ​ປາ​ຖະ​ໜາ​ຂອງປະ​ຊ​າ​ຊົນ, ​ໂດຍ​ໄດ້ສະ​ເໜີຈຸດ​ຢືນ​​ດ້ານນະ​ໂຍ​ບາຍ 5 ຂໍ້​ຄື: ຮ່ວມ​ກັນ​ຊຸກ​ຍູ້​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊາດ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ກັນ​ເປັນ​ເອ​ກະ​ພາບ; ຄົ້ນ​ຄວ້າ​ແຜນ​ການ​ໄຕ້​ຫວັນ​ສອງ​ລະ​ບອບ, ເຮັດ​ໃຫ້​ພຶດ​ຕິ​ກຳ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບໂດຍ​ສັນ​ຕິ​​ມີເນື້ອ​ໃນຫຼາຍ​ຂຶ້ນກວ່າ​ເກົ່າ; ລົງ​ເລິກ​ການ​ເຊື່ອມ​ໂຍງ​ແລະ​ການ​ພັດ​ທະ​ນາ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ, ​ກຳ​ແໜ້ນ​ພື້ນ​ຖານ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ; ບັນ​ລຸ​​ເປົ້າ​ໝາຍ​ ໃຫ້​ພີ່​ນ້ອງ​ຮ່ວມ​ຊາດ​ຮ່ວມ​ຈິດ​ຮ່ວມ​ໃຈ​ກັນ, ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ.

     ຈຸດ​ຢືນ​ແລະ​ນະ​ໂຍ​ບາຍ​ເຫຼົ່າ​ນີ້​ເປັນ​ການ​ສືບ​ທອດ​ຈາກ​ແນວ​ຄິດ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ສອງ​ຝັ່ງ,ຊຸກ​ຍູ້​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ ທີ່​ສະ​ເໜີ​ໂດຍ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ​ຈີນ, ທັງ​ໄດ້​ອີງ​ໃສ່​ສະ​ພາບການ​ໃໝ່​ເພື່ອ​ເສີມ​ຂະ​ຫຍາຍ​ແນວ​ຄິດ​ດັ່ງ​ກ່າວ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ, ເປັນ​ທິດ​ທາງ​ນະ​ໂຍ​ບາຍ​ລວມ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊາດ​ແລະ​ຊຸກ​ຍູ້​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ.

      ໃນຈຸດ​ຢືນ​ແລະ​ນ​ະ​ໂຍ​ບາຍ 5 ຂໍ້, ​ມີວາ​ທະ​ສຳ​ຄັນ​ຕ່າງໆ​ເປັນ​ຕົ້ນ​ແມ່ນ “ຄົນ​ຈີນ​ບໍ່​ຕີ​ຄົນ​ຈີນ” “ຄົນ​ຈີນ​ຕ້ອງ​ຊ່ວຍ​ຄົນ​ຈີນ”​ແລະ​ອື່ນໆ​ພ້ອມ​ດ້ວຍ​ຂໍ້​ລິ​ເລີ່ມ ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ຝັ່ງ​ຫັນ​ເປັນ​ລະ​ບຽບ​ການ, ສ້າງ​ຕະຫຼາດ​ຮ່ວມ​ຂອງ​ສອງ​ຝັ່ງ​ແລະ​ອື່ນໆ​​ເຊິ່ງ​ເປັນ​ການສະ​ແດງ​ຄວາມ​ເປັນ​ມິດ​ຕໍ່​ປະ​ຊາ​ຊົນ​ໄຕ້​ຫວັນ ແລະ​ຫວັງ​ວ່າ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ຮ່ວມ​ກັນ​ຊົມ​ໃຊ້​ກາ​ລະ​ໂອ​ກາດ​ທີ່​ດີ​ຈາກ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ; ​ໃນ​ບົດ​ປາ​ໄສ​ຍັງ​ເນັ້ນ​ອີກ​ວ່າ ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ, ປະ​ເທດ​ດຽວ​​ສອງ​ລະ​ບອບ ເປັນ​ວິ​ທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ບັນ​ລຸ​​ເປົ້າ​ໝາຍໃຫ້​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ,​ໂດຍ​ການລິ​ເລີ່ມ​ໃຫ້​ບັນ​ດາ​ພັກ, ວົງ​ການ​ຕ່າງໆ​ຂອງ​ສອງ​ຝັ່ງ​ສະ​ເໜີ​ຜູ້​ແທນ​​ຂອງ​ຕົນເພື່ອ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ແບບ​ປະ​ຊາ​ທິ​ປະ​ໄຕ, ບັນ​ລຸ​ການ​ຈັດ​ວາງ​ດ້ານ​ລະ​ບຽບ​ການ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ການ​ພົວ​ພັນ​ສອງ​ຝັ່ງ​ແລະ​ອື່ນໆ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​​ທີ່ “ຄົນ​ໃນ​ຄອບ​ຄົວ​ດຽວ​ກັນ​ປຶກ​ສາ​ຫາ​ລື​ກັນ​ເພື່ອ​ປະ​ຕິ​ບັດ​​ການ​ແລະ​ປຶກ​ສ​າ​ຫາ​ລື​​ກັນຢ່າງ​ສະ​ເໝີ​ພາບ”; ​ນອກ​ນີ້, ບົດ​ປາ​ໄສ​ຍັງ​ເນັ້ນ​ອີກວ່າ ຈີນ​ເດັດ​ຂາດ​ຈະ​ບໍ່​ຈົ່ງ​ຊ່ອງ​ທາງ​ໃດໆ​ໃຫ້​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​​ ເປັນ​ເອ​ກະ​ລາດໃນ​ຮູບ​ແບບ​ຕ່າງໆ, ​ທັງຊີ້​ໃຫ້​ເຫັນ​ວ່າ ​ການ​ທີ່ຈີນ​ບໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຢຸດ​ຕິ​ການ​ໃຊ້​ກຳ​ລັງ​ອາ​ວຸດ, ​ກໍ​ເພື່ອ​ຮັກ​ສາທາງ​ເລືອກ​ທີ່​ຈະ​ໃຊ້​ທຸກ​ມາດ​ຕະ​ການ​ອັນ​ຈຳ​ເປັນ​ນັ້ນ​ແມ່ນ​ແນ​ໃສ່​​ຕໍ່​ຕ້ານການ​ແຊກ​ແຊງ​ຂອງ​ອິດ​ທິ​ກຳ​ລັງ​ພາຍນອກ​ແລະ​ພວກ​ແບ່ງ​ແຍກ​ໄຕ້​ຫວັນ ​ເປັນ​ເອ​ກະ​ລາດ​ຈຳ​ນວນ​ໜ້ອຍ​ກໍ​ຄື​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ຂອງ​ເຂົາ​ເຈົ້າ ທັງ​ໝົດ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ແລະ​ຄວາມ​ມຸ້ງ​ໝັ້ນ​​ຢ່າງ​ບໍ່​ລົດ​ລະໃນ​ການ​ປົກ​ປ້ອງ​ອະ​ທິ​ປະ​ໄ​ຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

    ໂດຍ​ຜ່ານ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ໄລ​ຍະ 40 ປີ, ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ​ໃກ້​ກັບ​ເປົ້າ​ໝາຍ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ຂອງ​ຊົນຊາດ​ຈີນ​ຄືນ​ໃໝ່​ທີ່​ສຸດ​ທຽບ​ໃສ່​ໄລ​ຍະ​​ຜ່ານ​ມາ​ໃນ​ປະ​ຫວັດ​ສາດ​ຈີນ, ​ທັງ​ມີ​ພື້ນ​ຖານ​ແລະ​ເງື່ອນ​ໄຂ​ທີ່​​ສາ​ມາດຊຸກ​ຍູ້​​ໃຫ້ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໂຮມ​ເຂົ້າ​ກັນ​ເປັນ​ເອ​ກະ​ພາບ​​ໂດຍ​ສັນ​ຕິ. ຕໍ່​ເລື່ອງ​ນີ້, ສື່ມວນ​ຊົນ​ໄຕ້​ຫວັນ​ກໍ​ຮັບ​ປາກວ່າ: ຈີນ​ແຜ່ນ​ດິນ​ໃຫຍ່​ໄດ້​ກຳ​ສິດ​ນຳ​ທາງແລະມີ​ສິດ​ເປັນ​ເຈົ້າ​ການ​ທີ່​​ຈະຂະ​ຫຍາຍ​ກາ​ນ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​.

    ​ເມື່ອ​ຜະ​ເຊີນ​ກັບຄວາມ​ຫຍຸ້ງ​ຍາກ​ລຳ​ບາ​ກ​ໃດໆ​ກໍ​ຕາມ​ພວກ​ເຮົາ​ຍັງ​ເປັນ​ພີ່​ນ້ອງ​ກັນ, ແລະ​​ຫຼີກ​ເວັ້ນ​ຄວາມ​ຂັດ​ແຍ້ງ​ກັນ​ໃນ​ເວ​ລາ​ພົບ​ກັນ​ດ້ວຍ​​ຈິດ​ໃຈ​ຍິ້ມ​ແຍ້ມ​ແຈ່ມ​ໃສ. ປັດ​ຈຸ​ບັນ, ປະ​ຊາ​ຊົນ​ຈີນ​ກຳ​ລັງ​ພະ​ຍາ​ຍາມ​​ດຳ​ເນີນ​ງານ​ຢູ​ບົນ​ເສັ້ນ​ທາງ​ທີ່ຈະ​ບັນ​ລຸ​ຄວາມ​ໄຝ່​ຝັນ​ຂອງ​ຕົນ, ໃນ​ຖາ​ນະ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະ​ຊາ​ຊົນ​ຈີນ, ປະ​ຊາ​ຊົນ​ໄຕ້​ຫວັນ​ກໍຄວນເຂົ້າ​ຮ່ວມ, ​ຮ່ວມ​ກັນ​ສູ້​ຊົນ​ເພື່ອ​ດຳ​ລົງ​ຊີ​ວິດ​ທີ່​ອຸ​ດົມ​ຮັ່ງ​ມີ​ຄື​ກັນ. ​ດັ່ງ​ຄຳ​ປາ​ໄສຂອງ​ປະ​ທານ​ສີ​ຈິ້ນ​ຜິງ​​ທີ່​ວ່າ​: ອະ​ນາ​ຄົດ​ຂອງ​ໄຕ້​ຫວັນ​ຂຶ້ນ​ຢູ່​ກັບ​ປະ​ເທດ​ຊາດ​ໂຮມ​ເຂົ້າ​ກັນ​ເປັນ​ເອ​ກະ​ພາບ​, ຄວາມ​ສຸກ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ແມ່ນ​​ຂຶ້ນຢູ່​ກັບ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊົນ​ຊາດ​ຈີນ; ບັນ​ຫາ​ໄຕ້​ຫວັນ​ເກີດ​ຂຶ້ນ​ຍ້ອນ​ຄວາມ​ອ່ອນ​ແອ​ຂອງ​​ຊົນ​ຊາດ, ແລະ​ຈະ​ສິ້ນ​ສຸດ​ລົງ​​ແນ່ນອນ​ເມື່ອ​ຊົນຊາດ​ຈີນ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຂອງ​ຕົນ​ສຳ​ເລັດ.

ຄຳ​ເຫັນ

0