黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ຈະ​ເລືອກ​ຕັ້ງລາ​ຊາ​ທິ​ບໍ​ດີ​ອົງໃໝ່​ໃນ​ເດືອນ​ນີ້

2019-01-08 16:21:38 cri

ສະ​ພາ​ຜູ້​ປົກ​ຄອງ​ມາ​ເລ​ເຊຍ​ໄດ້​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ວັນ​ທີ 7 ມັງ​ກອນ​ນີ້, ຕົກ​ລົງ​ຈະ​ຈັດ​ກອງ​ປະ​ຊຸມ​ເພື່ອ​ເລືອກ​ຕັ້ງລາ​ຊາ​ທິ​ບໍ​ດີ​ແລະ​ຮອງລາ​ຊາ​ທິ​ບໍ​ດີ​ຊຸດໃໝ່​ໃນ​ວັນ​ທີ 24 ມັງ​ກອນ​ນີ້, ເພື່ອ​ຄອງ​ບັນ​ລັງ​ແທນ​ລາ​ຊາ​ທິ​ບໍ​ດີ ໂມ​ຮາ​ມັດ ລາ​ຊະ​ການ​ທີ 5 ທີ່​ປະ​ກາດ​ລາ​ອອກ​ຈາກ​​ລາ​ຊະ​ບັນ​ລັງ​ໃນ​ວັນ​ທີ 6 ມັງ​ກອນ​ນີ້.

ກອງ​ປະ​ຊຸມ​ຍັງ​ໄດ້​ປະ​ກາດ​ວ່າ​ລາ​ຊາ​ທິ​ບໍ​ດີຂຶ້ນ​ຄອງ​ລາ​ຊະ​ບັນ​ລັງ​ແລະ​ຮອງ​ລາ​ຊາ​ທິ​ບໍ​ດີ​ອົງ​ໃໝ່​ຈະ​ສາ​ບານ​ຕົວ​​ໃນ​ວັນ​ທີ 31 ມັງ​ກອນ​ນີ້.

ຄຳ​ເຫັນ

0