尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ມູນ​ຄ່າ​ເງິນຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຟີ​ລິບ​ປິນ​ເພີ່ມ​ຂຶ້ນ​ເປັນ 78,46 ຕື້​ໂດ​ລາ

2019-01-09 11:39:28 cri

ວັນ​ທີ 8 ມັງ​ກອນ​ນີ້, ທ່ານ ດີ​ວາ ​ກີ​ນີ​ກຸນ​ໂດ ຮອງ​ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ແຫ່ງ​ຊາດ​ຟີ​ລິບ​ປິນ​ຫຼື BSP ​ອອກ​ຖະ​ແຫຼງ​ການ​ວ່າ​: ສະ​ຖິ​ຕິ​ໃນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ມາ​ຮອດ​ທ້າຍເດືອນ​ທັນ​ວາ​ປີ 2018, ຍອດ​ມູນ​ຄ່າ​​ເງິນ​ຄັງສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຟີ​ລິບ​ປິນ​ໄດ້​ເພີ່ມຂຶ້ນ​ເປັນ 78,46 ຕື້​ໂດ​ລາ.
 

ທ່ານ ກີນີ​ກຸນ​ໂດ ກ່າວ​ວ່າ: ຕົວ​ເລກ​ດັ່ງ​ກ່າວ​ສູງກວ່າ​ຍອດ​ມູນ​ຄ່າ​ເງິນ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ມີ​ມູນ​ຄ່າ 75,68 ຕື້​ໂດ​ລາ​ທີ່​ບັນ​ທຶກ​ໄວ້​ໃນ​ເດືອນ​ພະ​ຈິກ​ປີ 2018, ສາ​ເຫດ​ຕົ້ນ​ຕໍ​ແມ່ນ​ການ​ບໍ​ລິ​ການ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ BSP ໄຫຼ​ເຂົ້າ,ມູນ​ຄ່າ​ສຸດ​ທິ​ຂອງ​ເງິນ​ຝາກ​ສະ​ກຸນເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ເພີ່ມ​ຂຶ້ນ,ກໍ​ຄື​ຜົນ​ກຳ​ໄລ​ຂອງ​ຄຳ​ໃນ BSP ຫຼັງ​ການ​ປະ​ເມີນ​​ຄ່າ​ຄືນ​ໃໝ່​ຍ້ອນ​ລາ​ຄາ​ຄຳ​ໃນ​ຕະ​ຫຼາດ​ສາ​ກົນ​ສູງ​ຂຶ້ນ. ຂະ​ນະ​ດຽວ​ກັນ​ທ່ານ​ກ່າວ​ຕື່ມ​ວ່າ​: ຫຼັງ​ຈາກ​ທີ່​ກົມ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຟີ​ລິບ​ປິນ​ຈ່າຍ​ໜີ້​ສິນ​ທີ່​ເປັນ​ເງິນ​ຕາ​ຕ່າງ​ປະ​ເທດ​ແລ້ວ​ຈິ່ງ​ເຮັດ​ໃຫ້​ຍອດ​ມູນ​ຄ່າ​ເງິນ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ມີ​ຈັງ​ຫວະ​ເຕີບ​ໂຕ​ຫຼຸດ​ລົງ​ເລັກ​ໜ້ອຍ.

ຄຳ​ເຫັນ

0