吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປາ​​​​ແລັດ​ສະຕິນ​ຮຽກຮ້ອງ​ສະພາ​ຄວາມ​ໝັ້ນຄົງສະກັດ​ກັ້ນ​ອິດສະຣາ​ແອນສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​​ຊາວ​ຢິວ

2019-01-09 16:09:56 cri

ວັນ​ທີ 8 ມັງກອນ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ປາ​ແລັດ​ສະຕິນ​ໄດ້​ຮຽກຮ້ອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດສະກັດ​ກັ້ນ​ບໍ່​ໃຫ້​ອິດສະ​ຣາ​ແອນສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວຢູ່​ຝັ່ງ​ຕາ​ເວັນ​ຕົກຂອງ​ແມ່​ນ້ຳ​ຈໍ​ແດນ ​ເຊິ່ງ​ເປັນ​ການ​ຍຶດຄອງ​ດິນ​ແດນ​ປາ​ແລັດ​ສະຕິນ.

ກະຊວງ​ການ​ຕ່າງປະ​ເທດ​ປາ​​ແລັດ​ສະຕິນ​ໄດ້​ອອກ​ຖະ​ແຫຼ​ງການ​: ກ່າວ​ປະນາມ​ລັດຖະບານ​ອິດສະຣາ​ແອນ​ເຂົ້າຄອບ​ຄອງ​ທີ່​ດິນ​ບໍລິ​ເວນ​ກວ້າງຂວາງ​ຊາວ​ປາ​​​ແລັດ​ສະຕິ​ນ​ເພື່ອ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວຢູ່​ພາກ​ໃຕ້​ເມືອງ​ເບ​ດລີ​ເຮັມ ​ເຊິ່ງຕັ້ງ​ຢູ່ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນຳ​ຈໍ​ແດນ, ລວມທັງ​ແຜນການ​ສ້າງ​ເຮືອນ​ຢູ່ຈຸດ​ຕັ້ງ​ຖິ່ນ​ຖານ​ຫຼາຍ​ພັນ​ຊຸດ ​ເຊິ່ງຈະ​​ເຮັດ​ໃຫ້​ເມືອງ​​​ເບ​ດລີ​ເຮັມຂອງປາ​ແລັດ​ສະຕິນຖືກ​ປິດ​ລ້ອມ​ຈາກ​ກຳ​ແພງ​ກັ້ນ​ຊາຍ​ແດນ.

“ໜັງສື​ພິມ​ກາຣີສ” ອິດສະ​ຣາ​ແອນ​ໄດ້​ລາຍ​ງານ​ໃນ​ວັນ​ທີ 8 ມັງກອນ​ນີ້​ວ່າ: ລັດຖະບານ​ອິດສະ​ຣາ​​ແອນ​ແຜນການ​ນຳໃຊ້​ທີ່​ດິນປະມານ 120 ​ເຮັກຕາ​ກໍ່ສ້າງ​​ເຂດ​ຊຸມ​ຊົນ​ຊາວ​ຢິວ​ແຫ່ງ​ໃໝ່ ​ເຊິ່ງຈະ​​ເປັນ​ການ​ຂະຫຍາຍ​ຈຸດຕັ້ງ​ຖິ່ນ​ຖານ​ຊາວຢິວ​ຢູ່​ເມືອງ​ເອບ​ເຟຣດ​ເລື່ອມ​ລ້ຳ​ເຂົ້າ​ເຂດ​ແດນ​ເມືອງ​ເບ​ດລີ​ເຮັມ.

ຄຳ​ເຫັນ

0