李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບຸກ​ຄົນ​ສຳ​ຄັນໃນ​​ວົງ​ການ​ການ​ຄ້າ​ແລະການ​ເມືອງ​ອາ​ເມ​ຣິ​ກາ​ເຫັນ​ວ່າ ການ ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ພົວ​ພັນ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ

2019-01-09 16:27:01 cri

    ຕອ​ນ​ຄ່ຳ​ວັນ​ທີ 7 ມັງ​ກອ​ນນີ້ ຢູ່​ນະ​ຄອນ​ນິວຢອກ, ຜູ້​ນຳ​ວົງ​ການ​ການ​ຄ້າ​ແລະ​ບຸກ​ຄົນ​ສຳ​ຄັນ​ດ້ານ​ການ​ເມືອງຫຼາຍ​ທ່ານ​ຂອງ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ເນື່ອງ​ໃນ​ໂອ​ກາດ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ອາ​ເມ​ຣິ​ກາ-ຈີນ​ຄົບ​ຮອບ 40 ປີ, ສອງ​ປະ​ເທດ​ຍັງ​​ຄົງ “ຕ້ອງ​ການ​ເຊິ່ງ​ກັນ​ແລະ​ກັນ”, ສອງ​ຝ່າຍ​ຄວນ​ສືບ​ຕໍ່​ພະ​ຍາ​ຍາມ​ຮ່ວມ​ກັນ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ.

    ໃນ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ປະ​ຈຳ​ປີ 2019 ຂອງ​ສະ​ພາ​ການ​ຄ້າ​ຈີນ​ອາ​ເມ​ຣິ​ກາ, ທ່ານ ມາວ​ຣິ​ສ ກ​ຣິນ​ເບີກ ອະ​ດີດ​ປະ​ທານ​ຄະ​ນະ​ຜູ້​ອຳ​ນວຍ​ການ ທັງ​ເປັນ CEO ຂອງ​ກຸ່ມ​ສາ​ກົນ​ອາ​ເມ​ຣິ​ກາ ເຊິ່ງ​ເປັນ​ບໍ​ລິ​ສັດ​ໃຫຍ່​ດ້ານ​ຂະ​ແໜງ​ການ​ປະ​ກັນ​ໄພ​ຂອງ​ໂລກ ກ່າວ​ວ່າ: ເຖິງວ່າ​ການ​ພົວ​ພັນ​ສອງ​ປະ​ເທດ​ດີ​ຂຶ້ນຫຼື​ຊຸດ​ໂຊມ​ລົງ​ກໍ​ຕາມ, ແຕ່ “​ທ່ວງ​ທ່າ​ດີ​ຂຶ້ນ​ຍ່ອມ​ຈະ​ເອົາ​ຊະ​ນະ​ຄວາມ​ຫຍຸ້ງ​ຍາກ​ໃນ​ທີ່​ສຸດ, ແລະ​ທ່ວງ​ທ່າຊຸດ​ໂຊມ​ລົງຈະ​ຖືກ​ສະ​ກັດ​ກັ້ນ”.

    ທ່ານ ຈີມ​ມີ ຄາ​ເຕີ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ກິດ​ຈະ​ກຳ​ດັ່ງ​ກ່າວ ໂດຍ​ລະ​ບຸ​ວ່າ: ໃນ​ເວ​ລາ​ຕົນ​ເຈ​ລະ​ຈາ​ການ​ສ້າງ​ສາຍ​ພົວ​ພັນ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ກັບ​ທ່ານ ເຕີ້ງ​ສຽວ​ພິງ ຜູ້​ນຳ​ຈີນ​ໃນ​ຄາວນັ້ນ, “ພວກ​ເຮົາ​ຕ້ອງ​ຜ່ານ​ຜ່າ​ອຸ​ປະ​ສັກຫຼາຍ​ຢ່າງ​ຈຶ່ງ​ສ​າ​ມາດ​ບັນ​ລຸ​ສັນ​ຍາ​ໄດ້”. ທ່ານ​ຍັງ​ກ່າວ​ວ່າ: ເວ​ລານັ້ນ, ​ບໍ່​ມີ​ໃຜສາ​ມາດ​ຄາດ​ຄະ​ເນ​ໄດ້​ວ່າ​ນີ້​ຈະ​​ມີ​ການປ່ຽນ​ແປງ​ສອງ​ປະ​ເທດ​ອາ​ເມ​ຣິ​ກາແລະ​ຈີນ​​ກໍ​ຄື​ທົ່ວ​ໂລກ​ຄື​ແນວ​ໃດ.

    ທ່ານ ຄາ​​ເຕີ ກ່າວ​ຕື່ມ​ວ່າ: ໃນ​ເວ​ລາ​ທີ່​ການ​ພົວ​ພັນ​ສອງ​ປະ​ເທດ​ຜະ​ເຊີນ​ໜ້າ​ກັບ “ສິ່ງ​ທ້​າ​ທາຍ​ພິ​ເສດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ”, ຍິ່ງ​ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປຽນ​ດ້ານ​ເສດ​ຖະ​ກິດ, ການ​ສຶກ​ສາ​ແລະ​ວັດ​ທະ​ນະ​ທຳ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ.

ຄຳ​ເຫັນ

0