李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິ​ລິບ​ປິນ​ຈຳ​ໜ່າຍ​ພັນ​ທະ​ບັດ 1,5 ຕື້​ໂດ​ລາ​ຕໍ່​ທົ່ວ​ໂລກ

2019-01-09 16:28:13 cri

    ວັນ​ທີ 8 ມັງ​ກອນນີ້, ລັດ​ຖະ​ບານ​ຟິ​ລິບ​ປິນ​ໄດ້​ຈຳ​ໜ່າຍ​ພັນ​ທະ​ບັດ 1,5 ຕື້​ໂດ​ລາ​ສະ​ຫະ​ລັດ​ຕໍ່​ທົ່ວ​ໂລກ ເຊິ່ງ​ມີ​ອາ​ຍຸ​ການ 10 ປີ ແລະ​ມີ​ອັດ​ຕາ​ດອກ​ເບ້ຍ​ຄື​ອັດ​ຕາ​ດອກ​ເບ້ຍ​ຂອງ​ພັນ​ທະ​ບັດ​ອາ​ເມ​ຣິ​ກາ+110 ຈຸດ.

    ທະ​ນາ​ຄານ​ຈີນ​ສາ​ຂາ​ມາ​ນີ​ລາ​ລາຍ​ງານ​ວ່າ, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ທະ​ນາ​ຄານ​ຈີນ​ຊ່ວຍ​ຟິ​ລິບ​ປິນ​ຈຳ​ໜ່າຍ​ພັນ​ທະ​ບັດ​ສະ​ກຸນ​​ເງິນໂດ​ລາ​ສະ​ຫະ​ລັດ​ໃນ​ຖາ​ນະ​ເປັນ​ຜູ້​ປະ​ສານ​ງານ​ຮ່ວມ​ທົ່ວ​ໂລກ, ທັງ​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຟິ​ລິບ​ປິນ​ເຊື້ອ​ເຊີນ​ທະ​ນາ​ຄານ​ຂອງ​ຈີນ​ເຂົ້າ​ຮ່ວມ​ວຽກ​ງານ​ຈຳ​ໜ່າຍ​ພັນ​ທະ​ບັດ​ສະ​ກຸນ​ເງິນ​ໂດ​ລາ​ສະ​ຫະ​ລັດ​ຂອງ​ຕົນ​ໃນ​ຖາ​ນະ​ເປັນ​ຜູ້​ປະ​ສານ​ງານ​ທົ່ວ​ໂລກ.

    ພາຍ​ໃຕ້​​ເງື່ອນ​ໄຂ​ທີ່​ສະ​​ພາບ​ເສດ​ຖະ​ກິດ​ທົ່ວ​ໂລກ​ມີ​ຈັງ​ຫວະຂຶ້ນໆ​ລົງໆ​ຫຼາຍກວ່າ​ເກົ່າ​ແລະ​ມີ​ປັດ​ໄຈ​ບໍ່​ແນ່ນອນ​ເພີ່ມ​ຂຶ້ນ, ເສດ​ຖະ​ກິດ​ຟິ​ລິ​ບ​ປິນ​ຊ້ຳ​ພັດ​ມີ​ທ່ວງ​ທ່າ​ພັດ​ທະ​ນາ​ທີ່​ດີ ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກ​ຜູ້​ລົງ​ທຶນ. ຂ່າວ​ແຈ້ງວ່າ, ເດືອນ​ມີ​ນາ​ປີ​ຜ່ານ​ມາ, ລັດ​ຖະ​ບານ​ຟິ​ລິບ​ປິນ​ໄດ້​ຈຳ​ໜ່າຍ​ພັນ​ທະ​ບັດ​ໝີ​ແພນ​ດາ​ຈຳ​ນວນ 1,46 ຕື້ຢວນ​ຕໍ່​ຈີນ​ຢ່າງ​ສຳ​ເລັດ​ຜົນ, ໂດຍ​ກຳ​ນົດ​ລາ​ຄາ​ພັນ​ທະ​ບັດ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ ຈຶ່ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ລົງ​ທຶນ​ຈີນ​ຕໍ່​ພັນ​ທະ​ບັດ​ຟິ​ລິ​ບ​ປິນ.

ຄຳ​ເຫັນ

0