黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເນ​ປານ​ຢືນຢັນ​ຍິນ​ດີ​ ເຂົ້າຮ່ວມ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຢ່າງຕັ້ງໜ້າ​

2019-01-09 16:29:38 CRI

ທ່ານ​ບິດ​​ເຮຍ ​ເດ​ວີ ບັນດາຣີ ປະທານາທິບໍດີ​ເນ​ປານ​ກ່າວ​ໃນ​ວັນ​ທີ 7 ມັງກອນ​ນີ້​ວ່າ: ຈີນ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະໜິດສະໜົມ​ ທັງ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງເນ​ປານ ​ເນ​ປານ​ຍິນ​ດີ ​ເຂົ້າຮ່ວມການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຢ່າງ​ຕັ້ງໜ້າ ​ແລະ ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ເນ​ປານ-ຈີນ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

​ ທ່ານ​ບັນດາຣີ ​ໄດ້​ຕ້ອນຮັບການ​ເຂົ້າຍື່ນ​ສານ​ຕາຕັ້ງຂອງ​ທ່ານນາງ​ໂຮ໋ວຢ້ຽນສີ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ເນ​ປານ​ຄົນ​ໃໝ່ ໃນ​ວັນ​ດັ່ງກ່າວຢູ່​ທຳນຽບປະທານາທິບໍດີ​ທີ່ນະຄອນຫຼວງກັດ​ມັນ​ດູ, ທ່ານກ່າວ​ວ່າ: ​ເນ​ປານ​ຍຶດໝັ້ນນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ; ຂອບ​ໃຈ​ນຳ​ຝ່າຍ​ຈີນ​ທີ່​ໃຫ້ການ​ສະໜັບສະໜູນ​ແກ່​ເນ​ປານ​ໃນ​ການ​ປົກ​ປັກ​ຮັກສາ​ຄວາມເປັນ​ເອກະລາດ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ​ໃຫ້ການ​ສະໜັບສະໜູນຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເນ​ປານ​ໂດຍ​ບໍ່​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ.

ທ່ານ​ນາງໂຮ໋ວຢ້ຽນສີ ກ່າວ​ວ່າ: ລັດຖະບານ​ຈີນ​ໃຫ້​ຄວາມ​ສຳຄັນ​ຢ່າງ​ສູງ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງສອງ​ປະ​ເທດ, ຈີນຍິນ​ດີສ້າງຄູ່​ຮ່ວມ​ຊາຕາກຳ​ຈີນ-​ເນ​ປານ ​ເພື່ອ​ສ້າງ​ສະພາບການ​ໃໝ່​ແຫ່ງ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

ຄຳ​ເຫັນ

0