吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໄທ​ສົ່ງ​ອອກ​ເຂົ້າສານ​ລື່ນ 11 ລ້ານ​ໂຕນ​ໃນ​ປີ 2018

2019-01-09 16:10:33 cri

ວັນ​ທີ 8 ມັງກອນ​ນີ້, ກະຊວງ​ການ​ຄ້າ​ໄທ​ໄດ້​ເປີດ​ເຜີຍ​ວ່າ: ​ໃນ​ປີ 2018 ຜ່ານ​ມາ, ​ໄທ​ໄດ້​ສົ່ງ​ອອກ​ເຂົ້າສານ 11,13 ລ້ານ​ໂຕນທີ່​ມີ​ມູນ​ຄ່າ 5,62 ຕື້​ໂດ​ລາ​ສະຫະລັດ, ບັນລຸ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຄ້າ​ໄທ​ກ່າວ​ວ່າ: ​ໃນ​ປີ 2018, ລາ​ຄາ​ເຂົ້າສານ​ໄທ​ສູງ​ຂຶ້ນ ​ເຊິ່ງ​ໄດ້​ຍົກ​ສູງ​ລາຍ​ຮັບ​ຂອງ​ຊາວ​ນາທ້ອງ​ຖິ່ນ.

​ໃນ​ປີ 2019, ​ເສ​ດຖະກິດ​ທົ່ວ​ໂລກ​ຕົກ​ຕ່ຳ​ອາດ​ສົ່ງ​ຜົນ​ກະທົບ​ໃຫ້ກຳລັງ​ຊື້ ​ແລະ​ປະ​ເທດ​ອື່ນໆ​ທີ່​ສົ່ງ​ອອກ​ເຂົ້າສານ​ໃນ​ລາຄາຖືກ​ກວ່າ​ໄທ, ສະ​ນັ້ນ ຄາດ​ວ່າ​ໃນ​ປີ 2019 ປະລິມານ​ການສົ່ງ​ອອກ​ເຂົ້າສານ​ຂອງ​ໄທ​ຈະ​ຫຼຸດ​ລົງ​ໜ້ອຍ​ໜຶ່ງ.

​ເຂົ້າສານ​ເປັນ​ຜະລິດ​ຕະພັນ​ກະສິກຳ​ອັນ​ດັບ​ໜຶ່ງ​ ​ແລະ​ເປັນ​ແຫຼ່ງລາຍ​ຮັບທີ່​ເປັນ​ເງິນຕາ​ຕ່າງປະ​ເທດ​ຕົ້ນຕໍຂອງ​ໄທ. ​ໃນ​ປີ 2017, ປະລິມານການ​ສົ່ງ​ອອກ​ເຂົ້າສານ​ຂອງ​ໄທ​​ໄດ້​ບັນລຸ​ເຖິງ 11,48 ລ້ານ​ໂຕນ, ສ້າງ​ສະຖິຕິສູງ​ສຸດ​ໃນ​ປະຫວັດສາດ.

ຄຳ​ເຫັນ

0