李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ເປັນ​ພະ​ຍາດ​ໄຂ້​ເລືອດ​ອອກ​ຢູ່ສິງ​ກະ​ໂປ​ເພີ່ມ​ຂຶ້ນ​

2019-01-10 12:16:22 cri

    ວັນ​ທີ 9 ມັງ​ກອນນີ້, ອົງ​ການ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ສິງ​ກະ​ໂປ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ,​ ເມື່ອ​ບໍ່​ດົນມານີ້, ຜູ້​ເປັນ​ພະ​ຍາດ​ໄຂ້​ເລືອດ​ອອກ​ຢູ່​ປະ​ເທດ​ຕົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ເຊິ່ງ​ອາດ​ຈະເປັນ​ຍ້ອນ​ຍຸງ​ລາຍ​ເອ​ຢິບ​ທີ່​​ແຜ່​ເຊື້ອ​ພະ​ຍາດ​ໄຂ້​ເລືອດ​ອອກນັ້ນ​ໄດ້​ເພີ່ມ​ຂຶ້ນຫຼາຍ, ທຸກ​ຄົນ​ຄວນ​ລະ​ມັດ​ລະວັງ​ແລະ​ໃຊ້​ມາດ​ຕະ​ການ​ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ພາຍ​ໃນ​ອາ​ທິດ​ໜຶ່ງ​ຄື​ແຕ່​ວັນ​ທີ 30 ທັນ​ວາ 2018 ຫາ​ວັນ​ທີ 5 ມັງ​ກອນ​ປີ​ນີ້, ອົງ​ການ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ສິງ​ກະ​ໂປ​ໄດ້​ຮັບ​ການ​ລາຍ​ງານ​ວ່າ​ມີ​ຜູ້​ເປັນ​ພະ​ຍາດ​ໄຂ້​ເລືອດ​ອອກ 207 ຄົນ, ແຕ່​ສອງ​ອາ​ທິດ​ກ່ອນນີ້ ຕົວ​ເລກ​ດັ່ງ​ກ່າວ​ແມ່ນ 128 ຄົນ ແລະ 160 ຄົນ, ໝາຍ​ຄວາມ​ວ່າ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ດັ່ງ​ກ່າວ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​​ຈະ​ແຈ້ງ.

ຄຳ​ເຫັນ

0