李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທີມ​ຈໍ​ແດນ​​ຜ່ານ​ເຂົ້າ​ໄປ​ໃນ​ຮອບ 16 ທີມ​ກ່ອນ​ໝູ່​ໃນ​ການ​ແຂ່ງ​ຂັນ​ເຕະ​ບານ​ອາ​ຊີ

2019-01-11 16:21:46 cri

    ໃນ​ການ​ແຂ່ງ​ຂັນຂອງ​ສາຍ B ​ໃນ​ລາຍການ​ເຕະ​ບານ​ອາ​ຊີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ມັງ​ກອນນີ້, ​ທີມ​ຈໍ​ແດນ​​ສາ​ມາດເອົາ​ຊະ​ນະ​ທີມ​ຊີ​ຣີ​ 2 ປະ​ຕູ​ຕໍ່ 0, ​ກາຍ​ເປັນ​ທີມ​ທຳ​ອິດ​ທີ່ຜ່ານ​ເຂົ້າໄປຫຼິ້ນ​ໃນຮອບ​ 2 ຂອງ​ການ​ແຂ່ງ​ຂັນ​ເຕະ​ບານ​ອາ​ຊີ​ຄັ້ງ​ນີ້; ສ່ວນ​ໃນ​ສາຍ A, ທີມ​ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດ​ ທີ່​ເປັນ​ເຈົ້າ​ພາບ​ແລະ​ທີມ​ໄທກໍ​ສາ​ມາດ​ເອົາ​ຊະ​ນະ​ໄດ້.

    ປັດ​ຈຸ​ບັນ, ທີມ​ຈໍ​ແດນ​ແຂ່ງ​ຂັນ 2 ເທື່ອ​ຊະ​ນະ​ໝົດ, ໄດ້ 6 ຄະ​ແນນ; ທີມ​ອົ​ສ​ຕ​ຣາ​ລີ​ແຂ່ງ​ຂັນ 1 ເທື່ອ, ບໍ່​ມີຄະ​ແນນ, ທີມ​ຊີ​ຣີແຂ່ງ​ຂັນ 2 ເທື່ອ ໄດ້ 1 ຄະ​ແນນ, ທີມ​ປາ​ແຣັ​ດ​ສະ​ຕິນ​ແຂ່ງ​ຂັນ 1 ເທື່ອ ໄດ້ 1 ຄະ​ແນນ. ໃນ​ສາຍນີ້, ທີມ​ຈໍ​ແດນ​ແນ່ນອນ​ແລ້ວ​​ໄດ້​ຜ່ານ​ເຂົ້າ​ໄປ​ກ່ອນ​ໃນ​ສາຍ ໂດຍ​ຈະ​ເຂົ້າ​​ໄປ​ແຂ່ງ​ຂັນ​​ໃນຮອບ​ 16 ທີມ​.

    ສ່ວນ​ໃນສາຍ A , ທີມ​ອິນ​ເດຍທີ່​ເສຍ​ໃຫ້​ທີມ​ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດ 0 ປະ​ຕູ​ຕໍ່ 2 ນັ້ນ ​ທີມ​ສະ​ຫະ​ລັດ​ອາ​ຣັດ​ເອ​ມີ​ເຣດ​ເກັບໄດ້ 4 ຄະ​ແນນ, ເປັນ​ທີ 1 ໃນ​ສາຍ, ທີມ​ອິນ​ເດຍ​ແລະ​ທີມ​ໄທ ຕ່າງ​ກໍ​​ມີ 3 ຄະ​ແນນ, ເປັນ​ທີ 2 ແລະ​ທີ 3, ​ສ່ວນທີມ​ບາ​ເຣນ​​ມີ 1 ຄະ​ແນນ ເປັນ​ທີ 4.

ຄຳ​ເຫັນ

0