李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍານ​ລົງ​ຈອດ “ຊາງ​ເອີ 4” ເຮັດ​ວຽກ​ເປັນ​ປົກ​ກະ​ຕິ​ແລະ​ສຳ​ເລັດ​ການ​ຖ່າຍ​ຮູບ​ພູ​ມ​ສັນ​ຖານ​ແລະ​ໂສມ​ໜ້າ​ຜິວຂອງດວງ​ຈັນ

2019-01-11 16:18:38 cri

    ອົງ​ການ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ລາຍ​ງານ​ວ່າ, ມາ​ຮອດ​ເວ​ລາ 8 ໂມງ​ຂອງວັນ​ທີ 11 ມັງ​ກອນນີ້​ຕາມ​ເວ​ລາ​ປັກ​ກິ່ງ, ​ຍານ​ລົງ​ຈອດ “ຊາງ​ເອີ 4”, ​ຍານ​ລຳ​ລຽງ “​ຢ​ວີ້​ທູ້ 2” ແລະ ດາວ​ທຽມ​ເຊື່ອມ​ຕໍ່ “​ເຊວ້​ຊຽວ” ມີ​ສະ​ພາບ​ໝັ້ນ​ທ່ຽງ, ວຽກ​ງານ​ທຸກ​​ສ​ໄດ້​ປະ​ຕິ​ບັດ​ຕາມ​ແຜນ​ການ. ກ້ອງ​ຖ່າຍ​ຮູບ​ພູມ​ສັນ​ຖານ​ແລະ​ໂສມ​ໜ້າ​ພື້ນ​ດິນ​ທີ່​ຕິດ​ຢູ່​​ຍານ​ນັ້ນ ໄດ້​ຖ່າຍ​ຮູບມູມ 360 ອົງ​ສາ​ສຳ​ເລັດ, ​ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ໄດ້​​ສ້າງ​ພາບ​​ໜ້າ​ດິນດວງ​ຈັນມູມ 360 ອົງ​ສາ​ທີ່​ຊັດ​ເຈນ​ຕາມ​ຂໍ້​ມູນ​ທີ່​ດາວ​ທຽມ​ເຊື່ອມ​ຕໍ່ “​ເຊວ້​ຊຽວ” ສົ່ງ​ຄືນ​ມາ. ນອກນີ້, ອີງ​ຕາມ​ຮູບ​ຖ່າຍ​ທີ່​ຖ່າຍ​​ໄດ້​ໃນ​ເວ​ລາ​ລົງ​ຈອດ, ​ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ໄດ້​ສຳ​ເລັດ​ການ​ວິ​ເຄາະ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ພູມ​ສັນ​ຖານ​ແລະ​ໂສມ​ໜ້າ​ພື້ນ​​ຜິວດວງ​ຈັນ​ທີ່​ຢູ່​ອ້ອມ​ແອ້ມ​ຈຸດ​ລົງ​ຈອດ.

    ເວ​ລາ 0 ໂມງ​ຂອງວັນ​ທີ 10 ມັງ​ກອນນີ້, ​ຍານ​ລຳ​ລຽງ “​ຢວີ້​ທູ້ 2” ໄດ້​ສຳ​ເລັດ​​ຟື້ນ​ຟູ​ເຮັດ​ວຽກ.

ຄຳ​ເຫັນ

0