吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ທຣຳປະກາດຍົກ​ເລີກແຜນການ​ໄປ​​ເມືອງ​ດາ​ໂວ​ສ

2019-01-11 17:26:00 cri

ວັນ​ທີ 10 ມັງກອນ​ນີ້, ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາ​ໄດ້​ປະກາດ​ວ່າ: ຕົນ​ໄດ້​ຍົກ​ເລີກ​ແຜນການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ຢູ່​ເມືອງ​ດາ​ວອສປະ​ເທດ​ສະ​ວິດ.

ທ່ານ​ທຣຳ​ໄດ້​ປະກາດ​ການ​ຕັດສິນ​ໃຈ​​ຜ່ານ​ສື່​ສັງຄົມ​ອອນ​ລາຍໃນ​ມື້​ດຽວ​ກັນວ່າ: ​ເນື່ອງ​ຈາກ​ພັກ​ປະຊາທິປະ​ໄຕ​ຂອງລັດຖະ​ສະພາ​ອາ​ເມຣິກາ​ບໍ່​ເຫັນ​ດີ​ນຳ​ບັນຫາ​ຄວາມໝັ້ນຄົງ​ຕາມ​ຊາຍແດນ ​ແລະ​ຄວາມ​ໝັ້ນຄົງ​ມີ​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ​ຕໍ່​ອາ​ເມຣິກາ, ສະ​ນັ້ນ ທ່ານ​ຕັດສິນ​ໃຈ​ຍົກ​ເລີກ​ແຜນການ​ເດີນທາງ​ໄປ​ເມືອງ​ດາ​ວອ​ສ.

​ເນື່ອງ​ຈາກ​ທຳນຽບຂາວ​ ​ແລະ​ພັກ​ປະຊາ​ທິປະ​ໄຕ​​ໃນ​ລັດຖະສະພາ​​ອາ​ເມຣິກາ​ມີ​ຄວາມ​ຂັດ​ແຍ້​ງຢ່າງ​ໜັກໜ່ວງ​ຕໍ່​ບັນຫາ​ສ້າງກຳແພງກັ້ນຊາຍແດນ, ສອງ​ຝ່າຍ​ກໍ​ບໍ່​ເຫັນ​ເປັນ​ເອກະ​ພາບ​ກັນ​ດ້ານ​ຍັດຕິງົບປະມານ, ມີ​ປະມານ 1 ສ່ວນ 4 ຂອງອົງການ​ລັດຖະບານ​ອາ​ເມຣິກາ​ໄດ້​ຢຸດຕິການ​ເຮັດ​ວຽກ​ນັບ​ແຕ່​ຕ​ອນ​ເຊົ້າ​ວັນ​ທີ 22 ທັນວາປີ 2018 ​ເປັນ​ຕົ້ນ​ມາ.

ຄຳ​ເຫັນ

0